ກອງພົນທີ 2 ອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-19 12:39:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 326 | ຄວາມນິຍົມ: ![]()
ໃນວັນທີ 19 ມັງກອນ 2026 ນີ້, ຄະນະພັກ-ຄະນະບັນຊາກອງພົນທີ 2 ນຳໂດຍສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ, ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( 20 ມັງກອນ 1949- 20 ມັງກອນ 2026).
ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 2 ກ່າວອວຍພອນໄຊອັນປະເສີດມາຍັງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ທັງສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດມອບໝາຍໃຫ້ ສືບຕໍ່ນຳພາ-ຊີ້ນຳ ກອງທັບປະຊາຊົນລາວ ເວົ້າລວມເວົ້າສະເພາະ ກໍຄື ກອງພົນທີ 2 ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາວດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ ກອງພົນທີ 2 ທີ່ໄດ້ມາອວຍພອນໃນຄັ້ງນີ້. ພ້ອມທັງກ່າວ ອວຍພອນໄຊມາຍັງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ -ນັກຮົບ ທົ່ວກອງພົນທີ 2 ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ສືບຕໍ່ຊີ້ນໍາ-ນຳພາ ກອງພົນທີ 2 ໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ໂດຍ: ນາງ ອານຸພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















