ກອງບັນຊາການທະຫານແຂວງຫຼວງພະບາງ ພົບປະແລກປ່ຽນບົດຮຽນ ກັບ ບັນດາຂະແໜງ ທະນາຄານ ແລະ ສະຖາບັນການເມືອງ ປະຈໍາແຂວງຫຼວງພະບາງ
ເວລາອອກຂ່າວ: 2026-01-19 12:50:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 637 | ຄວາມນິຍົມ: ![]()
ພິທີພົບປະແລກປ່ຽນບົດຮຽນ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ ລະຫວ່າງ ກອງບັນຊາການທະຫານ ແຂວງຫຼວງພະບາງ ກັບ ບັນດາຂະແໜງການ ທະນາຄານ ແລະ ສະຖາບັນການເງິນ ປະຈໍາແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນ ວັນທີ 15 ມັງກອນ 2026 ນີ້, ຝ່າຍກອງບັນຊາການທະຫານແຂວງ ມີສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ, ຝ່າຍຂະແໜງທະນາຄານ ແລະ ສະຖາບັນການເງິນ ປະຈໍາແຂວງ ມີສະຫາຍ ສຸກັນ ຈັນທະວົງ ຫົວໜ້າທະນາຄານແຫ່ງຊາດ ປະຈໍາພາກເໜືອ ພ້ອມດ້ວຍຄະນະ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນເຫຼືອ ສິນໄຊວໍລະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ແລະ ພະນັກງານທີ່ມາຈາກບັນດາຂະແໜງ ທະນາຄານ ແລະ ສະຖາບັນການເງິນ ປະຈໍາແຂວງຫຼວງພະບາງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບທີ່ຕັ້ງ ພະລະບົດບາດ ແລະ ໜ້າທີ່ ຂອງກອງບັນຊາການທະຫານແຂວງ. ກອງບັນຊາການທະຫານແຂວງຫຼວງພະບາງ ແມ່ນອົງຄະນະພັກໜຶ່ງມີສາຍຕັ້ງຂຶ້ນກັບຄະນະພັກກະຊວງປ້ອງກັນປະເທດ, ສາຍຂວາງແມ່ນຂຶ້ນກັບຄະນະບໍລິຫານງານພັກແຂວງ, ໃຕ້ການນໍາພາ - ຊີ້ນໍາເດັດຂາດໂດຍກົງຮອບດ້ານ ຂອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ປກຊ - ປກສ ແຂວງ. ກອງບັນຊາການທະຫານແຂວງຫຼວງພະບາງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16 ພຶດສະພາ 1956, ມາເຖິງປັດຈຸບັນຄະນະພັກ - ຄະນະບັນຊາ ແມ່ນຮຸ່ນທີ 11, ມີໜ້າທີ່ປົກປັກຮັກສາເຂດນໍ້າແດນດິນ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຫຼວງພະບາງ ໃຫ້ມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ສະຫງົບປອດໄພ. ຈາກນັ້ນ ສະຫາຍ ສຸກັນ ຈັນທະວົງ ອໍານວຍການທະນາຄານແຫ່ງຊາດ ປະຈໍາພາກເໜືອ ທີ່ແຂວງຫຼວງພະບາງ ກໍໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ຜົ້ນເດັ່ນ, ພ້ອມທັງໄດ້ມອບຂອງຂວັນອວຍພອນ ໃຫ້ແກ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ. ຈາກນັ້ນ ທັງສອງຝ່າຍກໍໄດ້ເຂົ້າຊົມຫໍມູນເຊື້ອ ຂອງກອງບັນຊາການທະຫານແຂວງ, ຈາກນັ້ນ ທັງສອງຝ່າຍກໍໄດ້ມີການສ້າງກິດຈະກໍາ ແຂ່ງຂັນກິລາບານເຕາະ ລະຫວ່າງ ກອງບັນຊາການທະຫານແຂວງ ກັບ ບັນດາຂະແໜງທະນາຄານ ແລະ ສະຖາບັນການເມືອງ ປະຈໍາແຂວງຫຼວງພະບາງຕື່ມອີກ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















