ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງບັນຊາການທະຫານເມືອງໝື່ນ ແຮກສ່ຽວ ກັບ ອົງການປົກຄອງ ບ້ານ ນຳແພດ
ເວລາອອກຂ່າວ: 2026-01-19 12:52:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 686 | ຄວາມນິຍົມ:



ວັນທີ 14 ມັງກອນ 2026 ນີ້, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີແຮກສ່ຽວ ກັບ ອົງການປົກຄອງບ້ານ ນຳແພດ ເຊິ່ງເປັນບ້ານ ທີ 7 ຂອງເມືອງ ແລະ ເປັນບ້ານທີ 22ຂອງແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີສະຫາຍ ບຸນເຕັງ ສໍວິໄລວົງ ເລຂາບໍລິຫານງານພັກເມືອງໝື່ນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງໝື່ນ, ພະນັກງານ-ນັກຮົບ ຕະຫຼອດຮອດອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ນ້ຳແພດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ລັດຖະກອນ ວົງສອນ ນາຍບ້ານ ນ້ຳແພດ ໄດ້ລາຍງານປະຫວັດຄວາມເປັນມາຂອງບ້ານ ເມືອງໝື່ນເມື່ອກ່ອນເປັນເຂດພັດທະນາຈຸດສຸມນ້ຳຮອນ ຂຶ້ນກັບເມືອງເຟືອງແຂວງວຽງຈັນ, ມີ 508ຄອບຄົວ 517 ຫຼັງຄາເຮືອນ, 3 ຊົນເຜົ່າສາມັກຄີ ມີພົນລະເມືອງທັງໝົດ 3.103 ຄົນ, ຍິງ 1.537ຄົນ, ອາຊີບປະຊາຊົນແມ່ນປູກຝັງລ້ຽງສັດເປັນຕົ້ນ ແລະ ການຄ້າຂາຍເປັນອາຊີບສຳຮອງ. ຈາກນັ້ນ ສະຫາຍ ພັນໂທ ສົມໃຈ ຈັນມະນີ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງໝື່ນ ໄດ້ຜ່ານປະຫວັດຄວາມເປັນມາຂອງກົມກອງ ນັບແຕ່ມື້ສ້າງຕັ້ງກົມກອງໄດ້ຕໍ່ສູ້ຢ່າງລະອິດລະອ້ຽວ ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ຍອມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ ກໍ່ຄືພໍ່ແມ່ພີ່ນ້ອງຊາວເມືອງໝື່ນ ທີ່ໄດ້ດຳລົງຊີວິດຢ່າງສະຫງົບປອດໄພ, ການທຳມາຫາກິນສະດວກສະບາຍ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງວຽງຈັນ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ເມືອງໝື່ນວ່າດ້ວຍອະນຸມັດໃຫ້ກອງບັນຊາການທະຫານ ເມືອງໝື່ນແຮກສ່ຽວກັບອົງການປົກຄອງບ້ານນ້ຳແພດ ແລະ ຜ່ານບົດສັນຍາແຮກສ່ຽວ, ຫວນຄືນມູນເຊື້ອຂອງກອງທັບປະຊາຊົນລາວ ແລະ ສືບຕໍ່ລົງກໍ່ສ້າງຮາກຖານການເມືອງເພື່ອພັດທະນາຊົນນະບົດຮອບດ້ານ, ແນ່ໃສ່ເຮັດໃຫ້ທ້ອງຖິ່ນມີຄວາມສະຫງົບ, ປອດໄພ, ພ້ອມກັນສະກັດກັ້ນໄດ້ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນທົ່ວເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຈາກນັ້ນ ທັງສອງຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກສັນຍາແຮກສ່ຽວຢ່າງເປັນທາງການ ພ້ອມທັງຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ອັນດີງາມອີກດ້ວຍ. ໂດຍ: ເລມ່ອນ ສຸວັນນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ