ກົມຄຸ້ມຄອງລົດ-ເຮືອ ເປີດຂະບວນການແຂ່ງຂັນກິລາມວນຊົນ ປະຈຳປີ 2026
ເວລາອອກຂ່າວ: 2026-01-19 12:54:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 696 | ຄວາມນິຍົມ: ![]()
ວັນທີ 16 ມັງກອນ 2026 ນີ້, ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູເແທນ ຄັ້ງທີ XII ຂອງພັກ ແລະ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດທີ່ສຳຄັນຄືວັນຊາດ ກໍ່ຄື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ແລະ ວັນສ້າງຕັ້ງພັກຄົບຮອບ 70 ປີ ທີ່ຈະໝູນວຽນມາເຖິງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ກົມຄຸ້ມຄອງລົດ-ເຮືອ, ໂຮງຮຽນຂັບຂີ່ 404, ສາງກົນຈັກ 2, ກອງລົດລາກ, ສາງອາໄຫຼ່ລົດ ວ1, ສາງກົນຈັກ 1, ໂຮງງານສ້ອມແປງລົດ-ເຮືອ ແລະ ບໍລິສັດ FMB ຕະຫຼອດຮອດພະນັກງານ-ນັກຮົບ, ຄະນະຮັບຜິດຊອບຂະບວນການກິລາ ພ້ອມດ້ວຍນັກກິລາທັງ 8 ກົມກອງ ເຂົ້າຮ່ວມ.
ການເປີດຂະບວນການຄັ້ງນີ້ ກໍ່ເພື່ອເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ ທັງເປັນການເສີມສ້າງສຸຂະພາບໃຫ້ມີຄວາມແຂງແຮງ, ປອດໂປ່ງແຈ່ມໃສ ແລະ ເປັນການພົບປະແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງກົມກອງຮາກຖານ ແລະ ຂັ້ນເທິງ, ທັງເປັນການສ້າງຜົນງານ, ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ເແທນ ຄັ້ງທີ XII ຂອງພັກ, ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດທີ່ສຳຄັນຄືວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ແລະ ວັນສ້າງຕັ້ງພັກຄົບຮອບ 70 ປີ ທີ່ຈະໝູນວຽນມາເຖິງໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ. ການຈັດຕັ້ງແຂ່ງຂັນໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 1 ວັນ, ໃນນັ້ນມີ 5 ປະເພດກິລາ ຄື: ບານສົ່ງຊາຍ, ບານສົ່ງຍິງ, ກິລາເປຕັງທີມຄະນະ, ກິລາເປຕັງປະສົມຊາຍ-ຍິງ ແລະ ກິລານັກຮົບແຂງແຮງ. ລວມມີ 35 ຄະນະນັກກິລາມາຈາກ 8 ກົມກອງ ເຊິ່ງສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້: ບານສົ່ງຊາຍ ອັນດັບທີ1 ແມ່ນໂຮງຮຽນສອນຂັບຂີ່ລົດ. 404, ອັນດັບທີ2 ກອງລົດລາກ, ອັນດັບທີ3 ສາງກົນຈັກ1, ບານສົ່ງຍິງ ອັນດັບທີ 1 ໂຮງຮຽນສອນຂັບຂີ່ລົດ 404, ອັນດັບທີ 2 ສາງກົນຈັກ2, ອັນດັບທີ3 ສາງອາໄຫຼ່ລົດ ວ1, ເປຕັ້ງຄະນະ ອັນດັບທີ 1 ສາງກົນຈັກ2, ອັນດັບທີ 2 ໂຮງຮຽນສອນຂັບຂີ່ລົດ 404, ອັນດັບທີ 3 ສາງກົນຈັກ1, ເປຕັງປະສົມຊາຍ-ຍິງ ອັນດັບທີ 1 ໂຮງຮຽນສອນຂັບຂີ່ລົດ 404, ອັນດັບທີ 2 ໂຮງງານສ້ອມແປງລົດ-ເຮືອ, ອັນດັບທີ 3 ກົມຄຸ້ມຄອງລົດ-ເຮືອ, ກິລານັກຮົບແຂງແຮງ ອັນດັບທີ 1 ສາງອາໄຫຼ່ລົດ ວ1, ອັນດັບທີ 2 ກົມຄຸ້ມຄອງລົດ-ເຮືອ, ອັນດັບທີ 3 ກອງລົດລາກ.
ໂດຍ: ພູສະນິດ ສິງເມືອງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















