ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ປະທານ ມູນນິທິ ສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-19 12:56:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ:



ວັນທີ 19 ມັງກອນ 2026, ທ່ານນາງ ພອນ ວັງຫານ ປະທານ ມູນນິທິ ສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ. ໂດຍຕາງໜ້າກ່າວຮັບຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ. ໃນໂອກາດນີ້, ທ່ານນາງ ພອນ ວັງຫານ ໄດ້ສະແດງຄຳອວຍພອນອັນອົບອຸ່ນ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນສືບຕໍ່ເຮັດສຳເລັດໜ້າ ທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້, ສືບຕໍ່ປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບສຸກຕະຫຼອດໄປ. ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈຕໍ່ ມູນນິທິ ສຸດາພອນ ເພື່ອຊ່ວຍສັງຄົມ ທີ່ເຂົ້າອວຍພອນໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານ ປະທານ ມູນນິທີ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ. ໂດຍ:ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ