ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ລົງຢຽມຢາມອວຍພອນອ້າຍນ້ອງທະຫານປະຈໍາປ້ອມ
ເວລາອອກຂ່າວ: 2026-01-19 12:59:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 767 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນລະຫ່ວາງວັນທີ 17–18 ມັງກອນ 2026 ນີ້, ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢຽມຢາມອວຍພອນອ້າຍນ້ອງທະຫານທີ່ກໍາລັງປະຕິບັດໜ້າທີ່ ຢູ່ບັນດາປ້ອມຈຸດຕ່າງໆ, ໂອກາດລົງຢຽມຢາມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຂອງອ້າຍນ້ອງປະຈໍາປ້ອມຈຸດຕ່າງໆ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຕໍ່ອ້າຍນ້ອງທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ກໍ່ຄື ບັນດາປ້ອມຈຸດຕ່າງໆ ເຮັດໃຫ້ຂົງເຂດຮັບຜິດຊອບມີຄວາມຫງົບດີ, ພ້ອມທັງ ຮຽກຮ້ອງໃຫ້ອ້າຍນ້ອງທຸກພາກສ່ວນຕ້ອງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ມີຄວາມອົດທົນຜ່ານຜ່າຕໍ່ອຸປະສັກຕ່າງໆ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີທີ່ຈະມາເຖິງນີ້ ສະຫາຍ ຍັງໄດ້ນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງ ໄດ້ຈາກການຊຸກຍູ້ຊ່ວຍເຫຼືອໃຫ້ກໍາລັງໃຈຂອງຄອບຄົວການນໍາແຂວງໄຊສົມບູນ ແລະ ຄອບຄົວການນໍາຂອງກອງບັນຊາການທະຫານແຂວງ ມອບໃຫ້ອ້າຍນ້ອງປະຈໍາປ້ອມຢູ່ຈຸດຕ່າງໆຢ່າງທົ່ວເຖິງ, ພ້ອມນີ້ ຍັງໄດ້ນໍາເອົາວັດຖຸປັດໄຈຈໍານວນໜຶ່ງມອບໃຫ້ພະນັກງານບໍານານ ຢູ່ເມືອງລ້ອງແຈ້ງຕື່ມອີກ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ