ການນຳແຂວງສາລະວັນ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-19 13:10:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 695 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2026 ນີ້, ການນຳແຂວງສາລະວັນ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ອະນຸສາວະລີຮູບປັ້ນຫຼໍ່ເໝືອນອົງແກ້ວກ່ອນມີພັກນຳພາ, ວາງພວງມາລາຢູ່ອານຸສາວະລີ ນັກຮົບນິລະນາມ ແລະ ຈູດທູບຢູ່ສຸສານທະຫານແຂວງ, ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( ວັນທີ 20 ມັງກອນ 1949-20 ມັງກອນ 2026), ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ປະກອບມີທັງໝົດ 8 ກ້ອນກຳລັງຄື: ສຳລັບກ້ອນກຳລັງການນຳຂອງແຂວງ ນຳໂດຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ຕາມດ້ວຍກ້ອນກໍາລັງກຸ່ມປ້ອງກັນຊາດ, ກ້ອນກຳລັງປ້ອງກັນຄວາມສະຫງົບ, ກ້ອນກຳລັງກຸ່ມພັກ-ພະນັກງານ, ກ້ອນກຳລັງກຸ່ມປົກປ້ອງກົດໝາຍ, ກ້ອນກຳລັງກຸ່ມເສດຖະກິດ, ກ້ອນກຳລັງກຸ່ມວັດທະນະທຳ-ສັງຄົມ ແລະ ກ້ອນກຳລັງເມືອງສາລະວັນເຂົ້າຮ່ວມ.
ທັງນີ້ກໍ່ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍ່ຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ, ໃນພາລະກິດການປະຕິວັດຕໍ່ສູ້ກູ້ຊາດໃນປາງສົງຄາມ ຢ່າງອົງອາດກ້າຫານ ທີ່ໄດ້ນຳພາເຄື່ອນໄຫວຕໍ່ສູ້ໃນຮຸ້ນກ່ອນມີພັກນຳພາໃນທ້າຍສະຕະວັດທີ 19 ທີ່ໄດ້ອຸທິດຊີວິດ ເພື່ອປະເທດຊາດ ເພື່ອປະຊາຊົນລາວບັນດາເຜົ່າ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















