ວພກ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-19 14:32:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2026 ນີ້, ວິທະຍາຄານພະລາທິການກອງທັບ(ວພກ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ, ຄະນະວິຊາຄຸ, ພະແນກການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ໄດ້ຍົກໃຫ້ເຫັນເຖິງບັນດາທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອອັນພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນສັດຕູ, ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ໝັ້ນຄົງ, ພາຍຫຼັງເຈົ້າຟ້າງຸ່ມທ້ອມໂຮມປະເທດລາວເປັນອະນາຈັກລາວລ້ານຊ້າງ ໃນສັດຕະວັດທີ 14 ແລະ ໃນສັດຕະວັດທີ 16 ຖືກສັກດີນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງຂຶ້ນຂອງພວກເຂົາ, ມາຮອດທ້າຍສັດຕະວັດທີ 19 ຫາຕົ້ນສັດຕະວັດທີ 20 ພວກລ່າເມືອງຂຶ້ນຝຮັ່ງໄດ້ເຂົ້າມາຮຸກຮານ ແລະ ຍຶດດຄອງປະເທດລາວ 2 ຄັ້ງ. ຕະຫຼອດໄລຍະເວລາທີ່ຈັກກະພັດຝຮັ່ງປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລໍາບາກ, ບໍ່ມີສິດເສລີພາບ ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫິວ, ກືກໜັງສື, ໂລກລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງໜັກໜ່ວງ, ຍ້ອນທົນຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້, ປະຊາຊົນລາວບັນດາເຜົ່າຈຶ່ງລຸກຮື້ຂຶ້ນຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວ-ອົງກົມມະດໍາ, ເຈົ້າຟ້າເມືອງສິງ, ເຈົ້າຟ້າປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນປັດໃຈຕົ້ນຕໍແມ່ນບໍ່ມີພັກນໍາພາ, ຈາກສະພາບການດັ່ງກ່າວໂດຍການປະປະຕິບັດຕາມຄໍາສັ່ງ ຂອງສູນກາງພັກກອມມູນິດອີນດູຈີນ. ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງ ຂຶ້ນຢ່າງເປັນທາງການໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານຄໍາມູນ ເປັນຮອງຜູ້ບັນຊາການ. ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມໂດຍຖືເອົາສະຖານທີ່ກອງລາດສະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການໂດຍແມ່ນ ທ່ານໄກສອນ ພົມວິຫານ ເປັນຜູ້ປະກາດການຈັດຕັ້ງ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາກໍ່ໄດ້ປະກາດຮັບເອົາ, ບັນດາກົມກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໃຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບປະຊາຊົນລາວອິດສະຫຼະ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ.
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ກໍເພື່ອເຮັດໃຫ້ ພະນັກງານ-ນັກຮົບ, ຮັບຮູ້ເຂົ້າໃຈເຖິງການຕໍ່ສູ້ກູ້ຊາດຂອງກອງທັບໃນລະບອບເກົ່າ ແລະ ໃໝ່, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ການປ່ຽນແປງໃໝ່ຂອງພັກ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ, ໃນໄລຍະໃໝ່ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ແລະ ພ້ອມທັງຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງບັນດາຜູ້ນໍາໃນຮຸ່ນກ່ອນໆ, ເພື່ອມາໝູນໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ແລະ ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃຫ້ໄດ້ຮັບຜົນສໍາເລັດ.
ໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















