ບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ
ເວລາອອກຂ່າວ: 2026-01-21 09:31:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2026), ສະຫາຍ ພັນໂທ ກອງສີ ສົມພຽນ ຫົວໜ້າອຳນວຍການບໍລິສັດຮ່ວມ ທຸລະກິດ ຕ່ຳແຜນ ແລະ ຍ້ອມສີ ລາວ-ຫວຽດນາມ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ຕະຫຼອດໄລຍະ 77 ປີ ແຫ່ງການ ສ້າງຕັ້ງກອງທັບປະຊາຊົນລາວ ກໍຄືການປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງເປັນ ເຫດການປະຫວັດສາດໜຶ່ງທີ່ສຳ ຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງ ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກຳລັງແຮງເໜືອກວ່າ ນັບທັງດ້ານກຳ ລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເພື່ອປົກປັກຮັກສາປະເທດຊາດ ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງ ອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມ ແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະ ຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພາຍ ຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບກໍໄດ້ປະຕິບັດສອງ ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບ ປຸງກໍ່ສ້າງກຳລັງ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ເນື່ອງໃນໂອກາດວັນທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພັນໂທ ກອງສີ ສົມພຽນ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ບໍ ລິສັດຮ່ວມທຸລະກິດຕໍ່າແຜ່ນ ແລະ ຍ້ອມສີລາວ-ຫວຽດນາມ ຂໍສະແດງຄວາມຂໍ່ານັບຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີທີ່ຈະມາເຖິງນີ້, ຂໍພອນໄຊອັນປະເສີດມາຍັງບັນດາ ທ່ານການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ແລະ ສຳເລັດໜ້າທີ່ວຽກງານອັນມີກຽດສະ ຫງ່າຂອງບັນດາທ່ານ ແລະ ສືບ ຕໍ່ຊີ້ນຳ-ນຳພາທຸກເຫຼົ່າຮົບໃນກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ອວຍພອນໄຊມາຍັງການນຳກົມໃຫຍ່ພະລາທິການ, ຄະນະນຳກົມວິຊາສະເພາະ ພ້ອມດ້ວຍພະນັກງານ-ນັກຮົບ ໃນທຸກເຫຼົ່າຮົບພະລາທິການກອງທັບ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ແລະ ພ້ອມກັນ ເຮັດສຳເລັດໜ້າທີ່ວຽກງານການເມືອງຂອງພັກ ໃນໄລຍະໃໝ່ ກໍຄືການຈັດຕັ້ງປະຕິ ບັດໜ້າທີ່ ວຽກງານວິຊາສະເພາະ ຂອງຕົນ ທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບ ມອບໝາຍໃຫ້ມີຜົນສຳເລັດຈົບງາມ.
ໂດຍ: ຄຳໄຕ ຈັນນະຄອນ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















