ຊາວໜຸ່ມ-ສະຫະພັນແມ່ຍິງ ກອງພັນໃຫຍ່ 301 ອອກແຮງງານລວມ
ເວລາອອກຂ່າວ: 2026-01-22 10:05:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ຊາວໜຸ່ມ-ສະຫະພັນແມ່ຍິງ ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ສ້າງຂະບວນການອອກແຮງງານລວມ ນຳພາໂດຍ ສະຫາຍ ພັນຕີ ນາງ ສົມຈັນ ແສນທອນ ຫົວໜ້າຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 301 ມີຊາວໜຸ່ມ-ແມ່ຍິງ ພາຍໃນກົມກອງເຂົ້າຮ່ວມ.
ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້, ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງກອງທັບ ເວົ້າລວມເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ການອອກແຮງງານລວມໃນຄັ້ງນີ້ໄດ້ຖາງຫຍ້າ, ເກັບຂີ້ເຫຍື້ອອະນາໄມລຽບຕາມເສັ້ນທາງ ແຕ່ປະຕູ ໂຂງ ຫາ
ເດີນບານຂອງກອງພັນໃຫຍ່, ອະນາໄມສະຖານທີ່ຄ້າຍຄູ ໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽນຮ້ອຍ, ທັງເປັນການສ້າງຄວາມສາມັກຄີລະຫວ່າງຊາວໜຸ່ມກັບແມ່ຍິງພາຍໃນກົມກອງໃຫມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ
ຂ່າວ: ຄຳນ້ອຍ ແສງບຸນໄມ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















