ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຫຼາຍ​ພາກສ່ວນ ອວຍພອນ​ກົມ​ກອງ​ທະຫານ​ເຮົາ ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-22 10:07:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ​​ີ​ນີ້, ຫຼາຍ​ພາກສ່ວນ ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ວັນ​ດັ່ງກ່າວ ຈຶ່ງ​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ແລະ ວັດຖຸ​ປັດ​ໄຈ ມາ​ມອບ​ອວຍພອນ​ກົມ​ກອງ​ທະຫານ​ເຮົາ ໃນ​ນັ້ນ, ໜັງສືພິມ​ປ້ອງ​ກັນ​ຄວາມ​ສະຫງົບ ນຳພາ​ໂດຍ ສະຫາຍ ພັນ​ໂທ ນາງ ຄຳ​ແສງ ທຳ​ມະ​ວົງ ຮອງ​ຫົວໜ້າ​ກົມ​ສື່​ມວນ​ຊົນ ​ປກສ, ຜູ້​ຊີ້​ນຳ​ວຽກ​ງານ​ໜັງສືພິມ ແລະ ສະຫາຍ ພັນ​ໂທ ນາງ ວິ​ຄູນ ພົມ​ມະ​ຈັກ ຫົວໜ້າ​ກອງ​ບັນນາທິການ​ໜັງສືພິມ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ກອງ​ບັນນາທິການ​ໜັງສືພິມ​ກອງທັບ, ໃຫ້ການ​ຕ້ອນຮັບ​ໂດຍ ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຮອງ​ຫົວໜ້າ​ກອງ​ບັນນາທິການ​ໜັງສືພິມ​ກອງ ທັບ ພ້ອມ​ດ້ວຍ​ຄະນະ. ຄະນະ​ອຳນວຍ​ການ​ວິທະຍາຄານ​ການເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາຄານ​ຕຳຫຼວດ​ປະຊາຊົນ ແລະ ວິທະຍາຄານ​ສັນຕິ​ບານ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ອຳນວຍ​ການ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ​ປອ ທີມ​ສາວ ດວງ​ຈຳປາ ຫົວໜ້າ​ການເມືອງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ. ຄັງ​ເງິນ​ແຫ່ງ​ລັດ ປະຈຳ​ແຂວງ​ອຸດົມ​ໄຊ ນຳພາ​ໂດຍ​ສະຫາຍ ນາງ ພາ​ວັນ ສຸ​ພອນ​ສີ ຫົວໜ້າ​ຄັງ​ເງິນ​ແຫ່ງ​ລັດ ປະຈຳ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ແລະ ເງິນສົດ ຈຳນວນ 7.000.000 ກີບ ມາ​ມອບ ແລະ ອວຍພອນ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພົນ​ຈັດຕະວາ ຕຸ້ຍ ພົມ​ມີ​ໄຊ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ຄະນະ. ບໍລິສັດ​ມິດຕະພາບ 206 ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ນຳພາ​ໂດຍ ສະຫາຍເວືອງ ດິງ ກຸ໋ຍ ຮອງ​ຜູ້ອຳນວຍການ ບໍລິສັດ​ມິດຕະພາບ 206 ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ໂສພາ ໂພ​ໄຊ​ຍະ​ວົງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ພ້ອມ​ດ້ວຍ​ຄະນະ. ໜ່ວຍ​ງານ​ບໍລິການ ທະນາຄານ​ພັດທະນາ​ລາວ ປະຈຳເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ ນຳພາ​ໂດຍ ສະຫາຍ ອາ​ນຸ​ລັກ ມະນີ​ວົງ ຫົວໜ້າ​ໜ່ວຍ​ງານ​ບໍລິການ ທະນາຄານ​ພັດທະນາ​ລາວ ປະຈຳເມືອງ​ຜາ​ອຸດົມ ພ້ອມ​ດ້ວຍ​ທິມ​ງານ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ຄຳ​ອ້ວນ ວຽງ​ສະຫວັນ ຫົວໜ້າ​ການເມືອງ ແລະ ສະຫາຍ ພັນ​ໂທ ບຸນ​ຄືນ ເລີຍ​ຄຳ​ເຍີນ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 302 ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ບໍລິສັດ​ຢູ​ນິ​ເທວ​ລາວ ສາຂາ ແຂວງ​ສະຫວັນ​ນະ​ເຂດ ນຳພາ​ໂດຍ ສະຫາຍ ສີ​ສ່ວນ ເຫມ​ມະ​ບຸດ ຮອງ​ປະທານ​ບໍລິສັດ​ຢູ​ນິ​ເທວ​ລາວ ສາຂາ​ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 4, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ເຂັມ​ພອນ ມູນ​ທະ​ດີ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ຄະນະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ