ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດ
ເວລາອອກຂ່າວ: 2026-01-23 12:17:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 830 | ຄວາມນິຍົມ: ![]()
ໃນວັນທີ 22 ມັງກອນ 2026 ນີ້, ທີ່ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍາເມືອງ, ສ່ວຍສາອາກອນປະຈໍາເຂດເສດຖະກິດພິເສດ, ພະນັກງານວິຊາການຫຼັກແຫຼ່ງໃນທີ່ປະຊຸມ ແລະ ທາງໄກເຂົ້າຮ່ວມ.
ທ່ານ ຄຳພັນ ພັນທຸລັກ ໄດ້ກ່າວວ່າ: ຕະຫຼອດປີ 2025 ຂະແໜງສ່ວຍສາອາກອນພວກເຮົາໄດ້ແກ້ໄຂວຽກຈຸດສຸມຫຼາຍດ້ານເປັນຕົ້ນແມ່ນ: ບັນດາກົດໝາຍ, ຄໍາແນະນໍາຕ່າງໆ ທີ່ເປັນເຄື່ອງມືຮັບໃຊ້ການເກັບລາຍຮັບ; ໄດ້ປະຕິຮູບກົນໄກການເຮັດວຽກ, ກົນໄກບໍລິການຜູ້ເສຍອາກອນ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານເຮັດວຽກວິຊາສະເພາະ, ຫັນເອົາວຽກພັດທະນາລະບົບທັນສະໄໝເພີ່ມປະສິດທິພາບເກັບລາຍຮັບຊຸກຍູ້ການຮ່ວມມືສາກົນ, ພາກລັດ ແລະ ເອກະຊົນ ສ້າງຄວາມໂປ່ງໃສໃຫ້ແກ່ຜູ້ເສຍອາກອນ; ສືບຕໍ່ປະຕິບັດວາລະແຫ່ງຊາດ, ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າເອງ, ຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດຂອງບຸກຄະລາກອນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ, ມີແຜນຍຸດທະສາດໃນການປະຕິບັດວຽກງານວິຊາສະເພາະ ຈົນຍາດມາໄດ້ຜົນງານຫຼາຍດ້ານສາມາດເກັບລາຍຮັບໄດ້ບັນລຸລື່ນແຜນການທຸກໆແຂວງ ແລະ ຄຽງຄູ່ກັບຜົນງານຍາດມາໄດ້ນັ້ນ. ພວກເຮົາຍັງມີພາລະກິດທີ່ໜັກໜ່ວງຕ້ອງສືບຕໍ່ແບກຫາບ ແລະ ມີສີ່ງທ້າທາຍຫຼາຍດ້ານ ບໍ່ວ່າຈະແມ່ນດ້ານຈໍານວນບຸກຄະລະກອນທີ່ເຮັດວຽກຕົວຈິງນັບມື້ນັບຫຼຸດລົງ, ແຜນຕົວເລກລາຍຮັບເພີ່ມຂຶ້ນ, ໜ້າວຽກຈຸດສຸມຕ້ອງຮັບຜິດຊອບຫຼາຍຂຶ້ນເປັນຕົ້ນແມ່ນ: ລາຍຮັບຈາກຊັບສິນ, ຂໍ້ມູນຕິດພັນຂະແໜງການອື່ນ, ບວກໃສ່ສະພາບໂລກຫັນເປັນດີຈີຕອນແຕ່ເບິ່ງແລ້ວຫັນນໍາບໍ່ທັນເຫັນວ່າເປັນສິ່ງທີ່ພວກເຮົາຈະຕ້ອງໄດ້ຄໍານຶງນໍາກັນມາຕົກລົງກັນມາຫັນປ່ຽນພ້ອມກັນ ແລະ ປັດຈຸບັນການຮັບມືກັບສະພາບທີ່ເກີດຂຶ້ນຕ່າງໆ ເຮົາບໍ່ມີໜ່ວຍງານວິເຄາະ, ວິໄຈ ເກີດຂຶ້ນແລ້ວຈຶ່ງມາວາງແຜນແກ້ໄຂ ຫຼື ມີການທັກທ້ວງແລ້ວຈຶ່ງສະດຸ້ງ ເຊິ່ງບົດຮຽນຫຼາຍປະເທດແມ່ນມີທີມງານຮອງຮັບຢ່າງລະອຽດເຊັ່ນ: ສສ ຫວຽດນາມ ມີພະແນກນະໂຍບາຍ, ພະແນກນິຕິກໍາ ແລະ ພະແນກດີຈີຕອນ ຈະເຮັດໜ້າທີ່ໃຜລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















