ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ໂຮງຮຽນທະຫານຊາຍແດນ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-01-23 12:20:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 830 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2026 ນີ້, ໂຮງຮຽນທະ ຫານຊາຍແດນ 712 ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະອໍານວຍການ, ຫົວໜ້າພະແນກການ, ກອງພັນນັກຮຽນ ຕະຫຼອດຮອດພະນັກງານ -ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນແກ້ວ ໂພທິລາດ ຫົວໜ້າພະແນກບໍລິຫານ-ສັງລວມ ໂຮງຮຽນທະຫານຊາຍ ແດນ ໄດ້ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2025 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງຕະ ຫຼອດໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບ ໄດ້ປະຕິບັດໜ້າທີ່ຂອງຕົນບັນລຸຜົນສຳເລັດເປັນຢ່າງດີ ໂດຍສະເພາະການຈັດຕັ້ງປະຕິບັດ ແນວວທາງນະ ໂຍບາຍຂອງພັກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ວຽກງານຕົວຈິງຂອງກົມກອງ. ໃນໄລຍະຜ່ານມາ ຄະນະ ພັກ-ຄະນະບັນຊາໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບ, ດຳເນີນຊີວິດການເມືອງ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆ, ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ແລະ ຄໍາສັ່ງແນະນຳຂອງກະຊວງປ້ອງກັນປະເທດ, ໄດ້ລົງເກັບກໍາສະພາບການຕ່າງໆ ຢູ່ບັນດາບ້ານຮາກຖານ ເພື່ອເກັບກຳສະພາບການຂອງກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ໃນສັງຄົມ ຕາມຂອບເຂດຮັບຜິດຊອບໃຫ້ທັນເວລາ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ປະກອບສ່ວນເຂົ້າຮ່ວມຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ປະຕິບັດຕາມ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມງວດ, ຊີ້ນຳການອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຄຽງຄູ່ກັນນັ້ນ ກໍໄດ້ສຸມໃສ່ຮັບປະກັນພະລາທິການ ສ້າງລາຍຮັບຕາມທ່າແຮງບົ່ມຊ້ອນຂອງກົມກອງ ແກ້ໄຂຊີວິດການເປັນຢູ່ ແລະ ຮັບປະກັນສຸຂະ ພາບໃຫ້ພະນັກງານ-ນັກ ຮົບ, ໄດ້ເອົາໃຈໃສ່ປົກປັກຮັກສາ, ບົວລະບັດຜັດເຊັດ, ສ້ອມແປງ ແລະ ນໍາໃຊ້ພາຫະນະ-ເຕັກນິກຕ່າງໆໃຫ້ນໍາໃຊ້ໄດ້ຍາວນານ ເພື່ອຕອບສະໜອງວຽກ ງານກຽມພ້ອມສູ້ຮົບ ແລະ ເຝິກແອບຮໍ່າຮຽນຕາມຄໍາສັ່ງຂອງຂັ້ນເທິງ ກໍຄືກົມກອງວາງອອກໄດ້ເປັນຢ່າງດີ. ຈາກນັ້ນ, ບັນດາສະ ຫາຍພະນັກງານຫຼັກແຫຼ່ງກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງຕື່ມອີກ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ