ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ວປກ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-26 09:44:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1036 | ຄວາມນິຍົມ:



ວັນທີ 19 ມັງກອນ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ສອນທະນູ ແກ້ວຫມື່ນເຮືອງ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວ ວປກ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສອນທະນູ ແກ້ວຫມື່ນເຮືອງ ໄດ້ຍົກໃຫ້ເຫັນເຖິງບັນດາທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອອັນພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນສັດຕູ, ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ໝັ້ນຄົງ, ໃນສະຕະວັດທີ 14 ແລະ ໃນສະຕະວັດທີ 16 ຖືກສັກດີນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງຂຶ້ນຂອງພວກເຂົາ, ມາຮອດທ້າຍສັດຕະວັດທີ 19 ຫາຕົ້ນສັດຕະວັດທີ 20 ພວກລ່າເມືອງຂຶ້ນຝຮັ່ງໄດ້ເຂົ້າມາຮຸກຮານ ແລະ ຍຶດດຄອງປະເທດລາວ 2 ຄັ້ງ. ຕະຫຼອດໄລຍະເວລາທີ່ຈັກກະພັດຝຮັ່ງປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລໍາບາກ, ບໍ່ມີສິດເສລີພາບ ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫິວ, ກືກໜັງສື, ໂລກລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງໜັກໜ່ວງ, ຍ້ອນທົນຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້, ປະຊາຊົນລາວບັນດາເຜົ່າຈຶ່ງລຸກຮື້ຂຶ້ນຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວ-ອົງກົມມະດໍາ, ເຈົ້າຟ້າເມືອງສິງ, ເຈົ້າຟ້າປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນປັດໃຈຕົ້ນຕໍແມ່ນບໍ່ມີພັກນໍາພາ, ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງ ຂຶ້ນຢ່າງເປັນທາງການໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານຄໍາມູນ ເປັນຮອງຜູ້ບັນຊາການ. ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມໂດຍຖືເອົາສະຖານທີ່ກອງລາດສະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການໂດຍແມ່ນ ທ່ານໄກສອນ ພົມວິຫານ ເປັນຜູ້ປະກາດການຈັດຕັ້ງ ເປັນຜູ້ບັນຊາໂດຍກົງ. ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ. ການຈັດຕັ້ງປາຖະກະຖາໃນຄັ້ງນີ້ກໍເພື່ອເຮັດໃຫ້ ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈເຖິງການຕໍ່ສູ້ກູ້ຊາດຂອງກອງທັບໃນລະບອບເກົ່າ ແລະ ໃໝ່, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ການປ່ຽນແປງໃໝ່ຂອງພັກ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ, ໃນໄລຍະໃໝ່ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ແລະ ພ້ອມທັງຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງບັນດາຜູ້ນໍາໃນຮຸ່ນກ່ອນໆ, ເພື່ອມາໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງ ແລະ ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃຫ້ໄດ້ຮັບຜົນສໍາເລັດ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ