ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ກູເວດ
ເວລາອອກຂ່າວ: 2026-02-02 09:52:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1128 | ຄວາມນິຍົມ: ![]()
ວັນທີ 30 ມັງກອນ 2026 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ສາຍໃຈກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເກີລໍ່ ຢາງກໍ່ ຫົວໜ້າກົມຈັດຕັ້ງ - ພະນັກງານ, ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດທີ່ ສະຫາຍ ເກີລໍ່ ຢາງກໍ່ ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ກູເວດ ແລະ ຈະໄປປະຈໍາການໃນເດືອນ ມີນາ 2026 ນີ້.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈກົມມະສິດ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ ສະຫາຍ ເກີລໍ່ ຢາງກໍ່ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ກູເວດ, ພ້ອມທັງເໜັ້ນໜັກໃຫ້ ສະຫາຍຜູ້ໄດ້ຮັບຕໍາແໜ່ງ ຈົ່ງນໍາເອົາວັດທະນະທໍາອັນດີງາມຂອງຊາດລາວໄປເຜີຍແຜ່ໃຫ້ຊາວຕາເວັນອອກກາງໄດ້ຮັບຮູ້, ເຜີຍແຜ່ນະໂຍບາຍການຕ່າງປະເທດຂອງຊາດລາວ, ພ້ອມທັງເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ສປປ ລາວ- ກູເວດ , ກູເວດ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນນັ້ນ, ສະຫາຍ ເກີລໍ່ ຢາງກໍ່ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ໃຫ້ຄໍາຊີ້ນໍາອັນມີປະໂຫຍດສູງສຸດ ເຊິ່ງທິດຊີ້ນໍາດັ່ງກ່າວລ້ວນແຕ່ເປັນເຂັມຊີ້ທິດເຍືອງທາງ ໃນການທີ່ຈະໄປຈັດຕັ້ງປະຕິບັດວຽກງານການຕ່າງປະເທດ ໃຫ້ໄປຕາມທິດທາງທີ່ຂັ້ນເທິງມອບໝາຍໃຫ້ ພ້ອມໃຫ້ຄຳໝັ້ນສັນຍາວ່າ: ຈະຕັ້ງໜ້າເຮັດໜ້າທີ່ອັນມີກຽດສະຫງ່ານີ້ໃຫ້ດີທີ່ສຸດ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູເວດ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ ໃຫ້ສົມກັບທີ່ພັກ-ລັດມອບໝາຍໜ້າທີ່ອັນມີກຽດສະຫງ່ານີ້ໃຫ້.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















