ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ກອງບັນຊາການທະຫານແຂວງໄຊຍະບູລີ ເປີດຊຸດອົບຮົມ-ຫັດແອບທະຫານໃໝ່ ຊຸດທີ 35
ເວລາອອກຂ່າວ: 2026-02-06 09:41:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1047 | ຄວາມນິຍົມ:



ວັນທີ 5 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ-ຫັດແອບທະຫານໃໝ່ ຊຸດທີ 35 ປະຈຳປີ 2025 ຢູ່ ກອງພັນ 609 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ, ຄະນະອຳນວຍການໂຮງຮຽນການທະຫານທ້ອງຖິ່ນ, ຄູ-ອາຈານ, ແຂກຖືກເຊີນ ພ້ອມດ້ວຍທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ອຸ້ຍໄຊ ໄຊສັນຕິ ຫົວໜ້າການທະຫານ ກອງພັນ 609 ທະຫານແຂວງໄຊຍະບູລີ ໄດ້ຜ່ານແຜນການອົບຮົມ-ຫັດແອບໃຫ້ທະຫານໃໝ່ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ປະຈຳປີ 2025 ເຊິ່ງການອົບຮົມ-ຫັດແອບແມ່ນການປະຕິບັດຕາມໂຄງການຫຼັກສູດອົບຮົມ-ຫັດແອບທະ ຫານໃໝ່ລະບົບ 3 ເດືອນ ການອົບຮົມຄັ້ງນີ້: ປະກອບມີພາກການເມືອງ, ພາກການທະຫານ, ພາກພະ ລາທິການ-ເຕັກນິກ ລວມເວລາຮຽນຕົວຈິງ 90 ວັນ, ທັງນີ້ກໍ່ເພື່ອແນ່ໃສ່ໃຫ້ພົນທະຫານໃໝ່ ໄດ້ສຶກສາຄົ້ນຄວ້າ, ຮໍ່າຮຽນຍົກລະດັບຄວາມຮູ້ ຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີ, ຂໍ້ກຳນົດ, ກົດລະ ບຽບ 7 ລະບອບ 18 ວຽກຂອງກອງທັບ ແລະ ກຳແໜ້ນລະບຽບແບບແຜນການນຳໃຊ້ອາວຸດ ຍຸດໂທປະກອນການທະຫານຢ່າງມີໄຫວພິກ, ໃຫ້ມີຄວາມຄ່ອງແຄ້ວຊຳນິຊຳນານ ແລະ ທັງເປັນການຝຶກຝົນຫຼໍຫຼອມຕົນເອງໃຫ້ມີແນວຄິດຫຼັກໝັ້ນ, ຄຸນທາດການເມືອງໝັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ຕັ້ງໜ້າປະຕິບັດລະບຽບແບບແຜນຂອງກອງທັບໃຫ້ເຂັ້ມງວດ, ຮູ້ຈັກການເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມທັງກຳແໜ້ນ 5 ຫຼັກການເຕັກນິກການແພດປິ່ນປົວສຸກເສີນໃນສະໝາມຢ່າງແທ້ຈິງ. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ທະຫານໃໝ່ ຈົ່ງພ້ອມກັນເອົາໃຈໃສ່ໃນການຄຸ້ມຄອງພາຫະນະ, ວັດຖຸປະກອນຮັບໃຊ້ການຮຽນ-ການສອນໃຫ້ໄດ້ຮັບປະສິດທິພາບສູງສຸດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການນຳພາ-ຊີ້ນຳ, ຄຸ້ມຄອງບັ້ນອົບຮົມ-ຫັດແອບໃຫ້ມີຄວາມເຂັ້ມງວດ, ຖືເອົາລະບຽບວິໄນ, ບັນດາຂໍ້ກຳນົດຕ່າງໆຂອງກອງທັບເປັນຫຼັກ ຕິດພັນກັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສອດຄ່ອງກັບສະພາບຕົວຈິງ, ຕັ້ງໜ້າຖ່າຍທອດບົດຮຽນ, ຄວາມຮູ້ ຄວາມສາມາດໃຫ້ກັບນັກຮຽນເຂົ້າໃຈແຈ້ງ ແລະ ເລິກເຊິ່ງ ພ້ອມກັນປະຕິບັດເນື້ອໃນອົບຮົມ, ກົດລະບຽບຂອງກອງທັບ ກໍຄືກົດລະບຽບຂອງໂຮງຮຽນວາງອອກໃຫ້ເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ຂ່າວ+ພາບ: ສົມຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ