ຕາແສງລາວບາວ ແຂວງກວາງຈິ ສສ ຫວຽດນາມ ສະເຫຼີມສະຫຼອງປີໃໝ່ ຫວຽດນາມ
ເວລາອອກຂ່າວ: 2026-02-06 09:44:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ: ![]()
ໃນທ້າຍເດືອນມັງກອນ 2026, ຢູ່ທີ່ເດີ່ນສວນສະທາລະນະ ຕາແສງລາວບາວ, ແຂວງ ກວາງຈິ ສສ ຫວຽດນາມ ໄດ້ຈັດ ພິທີສະເຫຼີມສະຫຼອງປີໃໝ່ຂອງຊາວຫວຽດນາມ, ພ້ອມມີ ການອວຍພອນ ແລະມອບຂອງຂວັນ ໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານລຽບຕາມ ຊາຍແດນທັງສອງແຂວງ ລະ
ຫວ່າງແຂວງກວາງຈິ ສສ ຫວຽດນາມ ແລະ ແຂວງສະຫວັນນະເຂດ ສປປ ລາວ, ໂດຍການເປັນປະ ທານຂອງ ສະຫາຍ ຮວ່າງ ນາມ ຮອງປະທານປົກຄອງແຂວງ ກວາງຈິ, ມີຄະນະການນໍາກອງ ບັນການທະຫານຊາຍແດນ,
ພະແນກການ, ຂະແໜງການ, ກົມກອງອ້ອມຂ້າງແຂວງກວາງ ຈິ, ຄະນະຝ່າຍລາວ ມີສະຫາຍ ພົງຄຳຮັກ ບຸດທະວົງ ເຈົ້ງເມືອງ ເມືອງເຊໂປນ, ຄະນະກອງບັນ ຊາການທະຫານແຂວງສະຫວັນ ນະເຂດ, ພະແນກການ, ກົມກອງ ອ້ອມຂ້າງທີ່ຕິດກັບຊາຍ ແດນ ເຂົ້າຮ່ວມ.
ໃນພິທີໄດ້ຊົມການສະແດງ ສິນລະປະວັນນະຄະດີ, ບົດຟ້ອນລວມໝູ່ຍິງ-ຊາຍ ພື້ນບ້ານຂອງເຜົ່າບາລູ, ບົດຟ້ອນນ້ອງນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມຕາ ແສງລາວ-ບາວ ແລະ ເມືອງເຊ ໂປນປະເພດລວມໝູ່ຍິງ-ຊາຍ, ຮ້ອງເພງດຽວຍິງ, ຮ້ອງລວມ ໝູ່ຊາຍຂອງອ້າຍນ້ອງທະຫານຊາຍແດນແຂວງກວາງຈິ ແຕ່ ລະລາຍການ ລ້ວນແລ້ວແຕ່ສະແດງເຖິ່ງມູນເຊື່ອປະເພນີອັນດີ ງານ ແລະ ການດຳລົງຊີວິດແລະ ຄວາມຮັກແພງ, ສາມັກຄີຂອງປະ ຊາຊົນບ້ານທີ່ລຽບຕາມຊາຍແດນ ທັງສອງປະເທດຫວຽດນາມ ແລະ ລາວ ໂດຍສະເພາະຕາແສງ ລາວບາວ ແຂວງກວາງຈິ ແລະ ເມືອງໂປນ ແຂວງສະຫັວນນະ ເຂດ.ໃນໂອກາດດຽວກັນນີ້, ຄະນະການນຳແຂວງກວາງຈິ ກັບ ຄະນະການນໍາເມືອງເຊໂປນ ກໍຍັງໄດ້ຜັດປ່ຽນກັນອວຍພອນ ແລະ ມອບຂອງຂວັນທີ່ລະນຶກ ໃຫ້ເຊິ່ງ ກັນ ແລະ ກັນ, ຄະນະທັງສອງຝ່າຍ ຍັງໄດ້ລົງຢ້ຽມ ຢາມຖາມຂ່າວ ພ້ອມທັງມອບ ຂອງຂວັນ ເປັນເຄື່ອງບໍລິໂພກ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ໃຫ້ຄະນະອຳນາດການປົກຄອງ ບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນບ້ານ ທີ່ຕິດກັບ
ຊາຍແດນລະຫວ່າງ ຕາແສງລາວ ບາວ ແລະ ເມືອງໂຊໂປນ. ທັງນີ້ ກໍເພຶ່ອເປັນການສ້າງຄວາມສາ ມັກຄີຮັກແພງ ລະຫ່ວາງ ຄະນະ ການນຳ ອຳນາດການປົກຄອງ ກັບ ປະຊາຊົນບ້ານລຽບຕາມຊາຍ ແດນ ຕາແສງລາວບາວ ແລະ ເມືອງເຊໂປນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















