ຄະນະນຳກອງພົນທີ 3 ກອງທັບປະຊາຊົນລາວ ເຂົ້າອວຍພອນຄະນະ ກອງພົນ 355 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2026-02-06 09:50:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ: ![]()
ໃນວັນທີ 2 ກຸມພາ ປີ 2026 ນີ້, ຄະນະນຳກອງພົນທີ 3 ກອງທັບປະຊາຊົນລາວ ໄດ້ເຂົ້າອວຍພອນຄະນະກອງພົນ 355 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ, ໃນໂອກາດປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ຢູ່ທີສູນບັນຊາຊາຍແດນກອງພົນ 355 ທະຫານເຂດ II ກອງທັບປະຊາຊົນຫວຽດ
ນາມ ເຊິ່ງນຳໂດຍ ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຫົວໜ້າການທະຫານກອງພົນທີ 3 ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວູ ງອກຮາຍ ຫົວໜ້າການທະຫານກອງພົນ 355 ທະຫານເຂດ II ກອງທັບປະຊານຊົນຫວຽດນາມ, ໂອກາດນີ້ ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ໃນນາມຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທີ3 ກອງທັບປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂໍສະ
ແດງຄວາມຂອບອົກຂອບໃຈມາຍັງຄະນະພັກຄະນະບັນຊາກອງພົນ 355 ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນຕໍ່ການມາອວຍພອນຂອງຄະນະນຳກອງພົນທີ 3 ກອງທັບປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງນຳເອົາກະຕ່າຂອງຂວັນ, ຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີມິດຕະພາບ, ຄວາມຮັກແພງອັນສະໜິດ
ສະໜົມ ແລະ ຄຳອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນ 355 ກອງທັບປະຊາຊົນຫວຽກນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງທ່ານທີພັກ-ລັດຂັ້ນເທິງ ກໍຄືປະເທດຊາດມອບໝາຍໃຫ ້ໃນໂອກາດປີໃໝ່ຂອງພີ່ນ້ອງຊາວຫວຽດນາມ 2026. ພ້ອມດ້ວຍຂອງຂວັນ ວັດຖຸປັດໃຈຈຳ
ນວນໜຶ່ງມາມາມອບໃຫ້ຄະນະກອງພົນ 355 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ, ໂອກາດກ່າວນີ້ ສະຫາຍ ພັນເອກ ວູ ງອກຮາຍ ຫົວໜ້າການທະຫານກອງພົນ 355 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຫົວໜ້າການທະຫານກອງພົນທີ 3 ກອງທັບປະຊາຊົນລາວ ພ້ອມຄະນະ ທີໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດ ມາອວຍພອນໃນໂອກາດປີໃໝ່ຂອງຊາວຫວຽດນາມໃນຄັ້ງນີ້, ຂໍໃຫ້ ສະຫາຍ ພ້ອມຄະນະ, ພະນັກງານ-ນັກຮົບທົ່ວກອງພົນທີ 3 ຈົ່ງມີພາລະນາໄມສົມບູນ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ ທີ່ພັກ-ລັດ ກໍຄືປະຊາຊົນມອບໝາຍໃຫ້, ກັບຄືນສູ່ກົມກອງດ້ວຍຄວາມສະຫວັດດີພາບ.
ໃນໂອກາດດັ່ງກ່າວ, ກໍຍັງໄດ້ເຂົ້າອວຍພອນ ແລະ ມອບວັດຖຸປັດໃຈໃຫ້ ຄະນະນຳກອງພັນໃຫຍ່ 82 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບູຍ ງັອກຕວ້ຽນ ຫົວໜ້າການທະຫານ ກອງພັນໃຫຍ່ 82 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ. ໃນໂອກາດທີເຂົ້າອວຍພອນ ໃນຄັ້ງນີ້ຄະນະທີມງານຍັງໄດ້ເຂົ້າວາງພວງມາລາຢູ່ທີສຸສານຂອງແຂວງດຽນບຽນຟູ ເພື່ອສະແດງເຖິງຄວາມອາໄລອາວອນອັນສຸດຊຶ້ງເຖິງດວງວິນຍານຂອງພະນັກງານ-ນັກຮົບຊ່ຽວຊານຫວຽດນາມທີໄດ້ລ່ວງລັບໄປຢ່າງບໍ່ ມີວັນກັບຄືນ. ທັງນີ້, ກໍເພື່ອເປັນການເສີມສ້າງສາຍພົວພັນຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບ, ສາຍສຳພັນຮ່ວມມືແບບພິເສດ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ,
ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະກໍຄືສາຍພົວພົວພັນຮ່ວມມືລະຫວ່າງ ກອງພົນທີ 3ກອງທັບປະຊາຊົນລາວ ກັບ ກອງພົນ 355 ແລະ ກອງພັນໃຫຍ່ 82 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບມີຄວາມຈະ
ເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.
ໂດຍ: ທອງເລື່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















