ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

​ວຕກ ເຜີຍແຜ່​ຜົນສຳເລັດ ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ ທົ່ວ​ກອງທັບ ຄັ້ງ​ທີ IX
ເວລາອອກຂ່າວ: 2026-02-06 09:51:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ທ້າຍ​ເດືອນ ມັງກອນ 2026 ນີ້, ພະ​ແນກ​ຊາວ​ໜຸ່ມ ວິທະຍາຄານ​ເຕັກນິກ​ການ​ທະຫານ (​ວຕກ) ໄດ້​ຈັດ​ຕັ້ງ​ເຜີຍແຜ່​ຜົນສຳເລັດ ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ ທົ່ວ​ກອງທັບ ຄັ້ງ​ທີ IX, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ເຜີຍ ທຳ​ມະນີ​ວົງ ຮອງ​ອຳນວຍ​ການ, ຫົວໜ້າ​ຫ້ອງ​ການເມືອງ ​ວຕກ, ມີ​ຄະ​ຫ້ອງ, ຄະນະ​ວິຊາ, ສູນ​ເຝີກ​ຫັດ-ທົດ​ລອງ, ກອງພັນ​ນັກ​ສຶກ​ສາ ແລະ ສະ ມາຊິກ​ຊາວ​ໜຸ່ມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ຄຳ ແສງ​ສະຫວ່າງ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ ຂອງ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ ທົ່ວ​ກອງທັບ ຄັ້ງ​ທີ IX ເຊິ່ງ​ໄດ້​ຕີ​ລາຄາ​ສະພາບ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຜູ້​ແທນ ຂອງ​ຊາວ​ໜຸ່ມ ທົ່ວ​ກອງທັບ ໃນ​ໄລຍະ 5 ປີຜ່ານມາ ເຫັນ​ໄດ້ຜົນ​ງານ​ໃນ​ຫຼາຍ​ດ້ານ​ທີ​ ພົ້ນ​ເດັ່ນ ແລະ ຜົນສຳເລັດ​ໃນ​ວຽກ​ງານ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຕະຫຼອດ​ການເຄື່ອນໄຫວ​ວຽກ​ງານ​ຜ່ານ​ມາ ແລະ ຍັງ​ໄດ້​ຜັນ​ຂະຫຍາຍ​ຄຳ​ຂວັນ ຂອງ​ຊາວ​ໜຸ່ມ​ກອງທັບ ວ່າ: “ ຊາວ​ໜຸ່ມ​ກອງທັບ ເດັດດ່ຽວ, ອາດ​ຫານ, ນຳ​ໜ້າ, ສາມັກຄີ, ມີ​ວິໄນ ແລະ ປະດິດ​ສ້າງ” ພ້ອມ​ທັງ ເຜີຍແຜ່​ບົດ​ໂອ​ລົມ​ຂອງ ສະຫາຍ ພົນ​ໂທ ​ສຈ ​ປອ ທອງ​ລອຍ ສີ​ລີ​ວົງ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດ​ທະ​ມົນຕີ ກະຊວງ​ປ້ອງ​ກັນ​ປະເທດ ແລະ ເຜີຍແຜ່​ມະຕິ​ກອງ​ປະ​​​ຊຸມ​ຜູ້​ແທນ​ຊາວ​ໜຸ່ມ ທົ່ວ​ກອງທັບ ຄັ້ງ​ທີ IX. ທັງ​ນີ້ ກໍ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້, ເຂົ້າໃຈ, ເຊື່ອມ​ຊຶມ, ກຳ​ແໜ້ນ ຕໍ່​ມະຕິ​ກອງ​ປະ​ຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງທັບ ຄັ້ງ​ທີ IX ແລະ ເຮັດ​ໃຫ້​ສະ​ມະ​ຊິກ​ຊາວ​ໜຸ່ມ​ມີ​ຄວາມ​ສາມັກຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ ຮັກສາ​ໄດ້​ທາດ​ແທ້, ມູນເຊື້ອ​ປະຕິວັດ, ອຸ່ນ​ອຽນ, ຫ້າວ​ຫັ້ນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ພັກ, ຂອງ​ຄະນະ​ຊາວ​ໜຸ່ມ​ມີ​ຜົນສຳເລັດ​ຫຼາຍ​ດ້ານ​ເປັນ​ພື້ນຖານ. ໂອກາດ​ນີ້, ສະຫາຍ ພັນ​ເອກ ຄຳ​ເຜີຍ ທຳ​ມະນີ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເອົາໃຈໃສ່​ຄົ້ນຄວ້າ​ຮ່ຳຮຽນ​ຫັດ​ແອບ​ວິຊາ​ສະເພາະ, ຍົກ​ສູງ​ຄຸນະພາບ​ການເມືອງ, ຖື​ເອົາ​ທິດ​ສະ​ດີ​ເປັນ​ພື້ນຖານ​ສຳຄັນ, ເອົາ​ການ​ປະຕິບັດ​ພຶດຕິ​ກຳ​ຕົວ​ຈິງ, ເປັນ​ໜ້າ​ວຽກ​ອັນ​ລະອຽດ ເພື່ອ​ນຳ​ເອົາ​ຄວາມ​ຮູ້​ຄວາມ​ສາມາດ​ມາ​ພັດທະນາ​ຕົນ​ເອງ ແລະ ກົມ​ກອງ. ໂດຍ: ໄຂ່​ຄຳ ພົມ​ມະ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ