ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ປະກາດການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານຢູ່ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2026-02-06 09:54:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1104 | ຄວາມນິຍົມ:



ໃນວັນທີ 2 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີປະກາດການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົມ ຮອງກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະ-ຄະນະບັນຊາ, ຕະຫຼອດຮອດພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານ ຢູ່ ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍອີງຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ ພາກທີ 2 ໜວດທີ 4 ມາດຕາ 26 ເພຶ່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນຍອງ ດວງດີ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ເປັນຮອງປະທານ, ສະຫາຍ ພັນໂທ ບຸນຍອດ ພົມມະວົງ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານເປັນຜູ້ປະຈໍາການ, ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການເປັນຄະນະ, ສະຫາຍ ພັນເອກ ເນືອງທອງ ຊຸຍຍະຈັນ ຫົວໜ້າຫ້ອງພະລາທິການເປັນຄະນະ, ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຫົວໜ້າຫ້ອງເຕັກນິກ ເປັນຄະນະ, ສະຫາຍ ພັນເອກ ຄໍາຕັນ ແພງສີດາ ຫົວໜ້າຫ້ອງການບໍລິຫານ ເປັນຄະນະ, ສະຫາຍ ພັນໂທ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ເປັນຄະນະ, ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ຮອງຫົວໜ້າຫ້ອງເສນາ ເປັນຄະນະ, ສະຫາຍ ພັນໂທ ພູເຂົາຄໍາ ທິແກ້ວ ເປັນຄະນະ ແລະ ສະຫາຍ ພັນໂທ ແສງເພັດ ອາໄພສະຫວັດ ຫົວໜ້າພະແນກການເມືອງ ເປັນຄະນະ. ຈາກນັ້ນ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົມ ໄດ້ຍົກໃຫ້ເຫັນໜ້າທີ່, ພາລະບົດບາດ ໃນການເຮັດວຽກງານຂອງສະພາວິວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໃນການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ ເຕົ້າໂຮມຄວາມສາມັກຄີພາຍໃນ, ສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານຢູ່ກອງບັນຊາການທະຫານແຂວງໄຊຍະບູລີພ້ອມກັນສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ເວົ້າລວມແມ່ນການພັດທະນາກົມກອງກຳລັງທ້ອງຖິ່ນແຂວງໄຊຍະບູລີ ມີຄວາມໜັກແໜ້ນເຂັ້ມແຂງໄດ້ດີຕະຫຼອດມາ, ສືບຕໍ່ນຳພາ-ຊີ້ນຳກຳລັງຂອງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເຮັດວຽກໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ມີການປຶກສາຫາລືມອບໝາຍໜ້າທີ່ ແລະ ເປັນເອກະພາບພາຍໃນໝູ່ຄະນະ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ. ໂດຍ: ນາງ ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ