ຫ້ອງການຊາວໜຸ່ມກອງທັບ ລົງເຄື່ອນໄຫວຊຸກຍູ້ກວດກາ ຂະບວນການວຽກງານຊາວໜຸ່ມ ຢູ່ກອງບັນຊາການທະຫານອາກາດ
ເວລາອອກຂ່າວ: 2026-02-06 09:54:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ: ![]()
ວັນທີ 4 ກຸມພາ 2026 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ລົງເຄື່ອນໄຫວຊຸກຍູ້ກວດກາຂະບວນການວຽກງານຊາວໜຸ່ມ ຢູ່ກອງບັນຊາການທະຫານອາກາດ ແລະ ຕິດຕາມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຫົງທອງ ສີຊານົນ ຄະນະເລຂາທິການສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າ
ຫ້ອງການຊາວໜຸ່ມກອງທັບ, ມີຄະນະຫ້ອງ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ພຸດທະວົງ ລັດຕະນະ ຮອງຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານບົດລາຍງານຫຍໍ້ການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານດ້ານເຕັກນິກ-ການບິນ ແມ່ນວຽກງານໜຶ່ງທີ່ສຳຄັນ ເປັນໜ້າທີ່ໃຈກາງ ຂອງກອງບັນຊາການທະຫານອາກາດ, ຊາວໜຸ່ມ ໄດ້ເປັນກຳລັງແຮງ ແລະ ມີຄວາມຮັບ
ຜິດຊອບສູງ ເຮັດໃຫ້ວັດຖຸ ອຸປະກອນຕ່າງໆ ນຳໃຊ້ໄດ້ຍາວນານ, ເຮັດໃຫ້ວຽກງານວິຊາສະເພາະການບິນ ມີຜົນສຳເລັດ ແລະ ປອດໄພ 100%, ວຽກງານດ້ານວິຊາສະເພາະ ຊາວໜຸ່ມ ຍັງມີໜ້າທີ່ປະກອບສ່ວນເຂົ້າໃນວຽກງານ ວິຊາສະເພາະຫຼາຍຢ່າງ ເຊັ່ນ: ສ້ອມແປງພາຫະນະພາກພື້ນທີ່ເປ່ເພ, ສ້ອມແປງເຄຫາສະຖານ-ອາຄານ, ຂັບລົດຮັບໃຊ້ວຽກງານຕ່າງໆ ຂອງກົມກອງ, ເບີກຈ່າຍນ້ຳມັນເຊື້ອໄຟ, ເບີກຈ່າຍງົບປະມານຕ່າງໆ ແລະ ຮັບແຂກທີ່ມາຢ້ຽມຢາມ, ເຮັດວຽກນຳທັງຢູ່ພາຍໃນ ແລະ ຕ່າງປະເທດ.
ໃນໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະພັກ-ຄະນະບັນຊາວ່າ: ຈົ່ງສຸ່ມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່
ຊາວໜຸ່ມ-ໄວໜຸ່ມເຊື່ອມຊຶມແນວທາງນະໂຍບາຍຂອງພັກໃນແຕ່ໄລຍະ, ເສີມຂະຫຍາຍນ້ຳ ໃຈຮັກເຊື້ອແພງຊາດ, ອຸທິດຕົນເພື່ອປົກປັກຮັກສາປະເທດຊາດ, ຮັກແລະ ຫ່ວງແຫນວັດທະນະທຳອັນດີງາມຂອງຊາດ ແລະ ເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການຂອງພັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນນຳພາ ຕາມຫຼັກການລວມ ສູນປະຊາທິປະໄຕ ຕາມທິດຫັນເປັນດີຈິຕອ່ນ ການປັບປຸງຕ້ອງຖືເອົາຄຸນນະພາບເປັນຕົ້ນຕໍ, ປະລິມານ ເປັນສຳຄັນ, ການປັບປຸງການຈັດຕັ້ງ ຕ້ອງບົນພື້ນຖານ ກ້າຄິດ, ກ້າເຮັດ, ກ້າທຳ ແລະ ກ້າຮັບຜິດຊອບ ແລະ ຮູ້ໝູນໃຊ້ 5 ຫຼັກການສັດຈະວິພາກ ຈາກ 2 ຫຼັກມູນ,
3 ກົດເກນ, 6 ຄູ່ມາດຕະການ ຂອງ ພື້ນຖານທິດສະດີມາກ-ເລນິນ, ເພີ່ມທະວີການເຄື່ອນໄຫວ ແລະ ສ້າງຂະບວນການວຽກງານຊາວໜຸ່ມ ໂດຍສະເພາະ ການສ້າງຂະບວນ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມການຕ້ອງຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນ ກັບ 4 ໜ້າທີ່ໃຫຍ່ 26 ແຜນກງານ ຂອງກະຊວງປ້ອງກັນປະເທດວາງອອກ, ລະບຽບວິໃນແມ່ນຄວາມເຂັ້ມ
ແຂງຂອງກອງທັບ, ສະນັ້ນການຈັດຕັ້ງ ແລະສະມາຊິກຊາວໜຸ່ມຕ້ອງໄດ້ ເຝິກຜົນຫຼໍ່ຫຼອມຕົນເອງ, ເປັນເຈົ້າການ, ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດ ຂໍ້ກຳນົດ
7 ລະບອບ 18 ວຽກຂອງກອງທັບປະຊາຊົນລາວ, ຂໍ້ກຳນົດ ວ່າດ້ວຍຄຳປະຕິຍານ 8 ຂໍ້, ວິໃນ 8 ຂໍ້ ແລະ ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ, ເອົາໃຈໃສ່ຍົກສູງລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ, ສ້າງແຫຼ່ງລາຍຮັບທີ່ບໍ່ຜິດ
ກັບລະບຽບ, ກົດໝາຍ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຍົກສູງຄຳຂວັນ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ, ເພີ່ມຜະລິດຜົນ 4 ປູກ 4 ລ້ຽງ ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງຂອງ ກົມກອງ
ແລະ ພັດທະນາກອງທຶນຊາວໜຸ່ມໃຫ້ມີທ່າຂະຫຍາຍຕົວຕື່ມອີກ.
ນອກນີ້, ຫ້ອງການຊາວໜຸ່ມກອງທັບຍັງໄດ້ມອບເຄື່ອງບໍລິໂພກໃຫ້ ກທອ ເຊັ່ນວ່າ: ນ້ຳດື່ມ ຈຳນວນ 30 ແພັກ, ຢາປົວພະຍາດຈຳນວນໜຶ່ງ ລວມມູນຄ່າ
5.214.000ກີບ. ກ່າວມອບໂດຍສະຫາຍ ພັນເອກ ຫົງທອງສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ກ່າວຮັບໂດຍ ສະຫາຍ ພັນໂທ ທອງສະຫວັດ ສີສົງຄາມ ຮອງຫົວໜ້າຫ້ອງການເມືອງ ກທອ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















