ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ກອງປະຊຸມປຶກສາຫາລື ແລະ ຂໍການສະໜັບສະໜູນໃນການຂະຫຍາຍຕາໜ່າງຈຸດບໍລິການຈ່າຍຢາຕ້ານຕໍ່ເຊື້ອ HIV
ເວລາອອກຂ່າວ: 2026-02-06 09:56:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1074 | ຄວາມນິຍົມ:



ກອງປະຊຸມປຶກສາຫາລື ແລະ ຂໍການສະໜັບສະໜູນໃນການຂະຫຍາຍຕາໜ່າງຈຸດບໍລິການຈ່າຍຢາຕ້ານຕໍ່ເຊື້ອ HIV ( POC ) ຢູ່ໂຮງໝໍເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2026 ນີ້, ໂດຍການເປັນປະທານຂອງທ່ານ ດຣ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງໄຊຍະບູລີ, ມີທ່ານ ດຣ ບຸນເລີດ ວິໄລຫົງ ຮອງຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະສຸກ, ທ່ານ ດຣ ໂຟນີ ວົງປະເສີດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີທີມງານຈາກສູນກາງ, ຂັ້ນແຂວງ, ແຂກຖືກເຊີນ, ຄະນະອຳນວຍການໂຮງໝໍເມືອງ ພ້ອມດ້ວຍພະນັກງານແພດໝໍພາຍໃນໂຮງໝໍເມືອງ ເຂົ້າຮ່ວມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີພະຍາດໂລກເອດ ແລະ ການຈັດຕັ້ງປະຕິບັດວຽກງານຕ້ານເອດຂອງແຂວງໄຊຍະບູລີ ແລະ ຜົນການຈັດຕັ້ງປະຕິບັດ ການໃຫ້ຄຳປຶກສາ ກວດເລືອດດ້ວຍຄວາມສະໝັກໃຈ ຢູ່ເມືອງຫົງສາ, ສະພາບການວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ ໃນ ສປປ ລາວ, ວຽກງານປິ່ນປົວ ແລະ ການຂະຫຍາຍຈຸດບໍລິການຈ່າຍຢາ, ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ສົນທະນາ, ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງກົງໄປກົງມາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ. ໂອກາດດັ່ງກ່າວ, ທີມງານຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ກໍ່ໄດ້ລົງຢ້ຽມຢາມໂຮງໝໍເມືອງ ແລະ ເບິ່ງສະຖານທີ່ກຽມຄວາມພ້ອມຈະໃຫ້ບໍລິການ ຈຸດຈ່າຍຢາຕ້ານຕໍ່ເຊື້ອ HIV ຢູ່ໂຮງໝໍເມືອງ ຕື່ມອີກ. ຂ່າວ: ຄ.ອ.ມ ຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ