ຄະນະພັກ-ຄະນະອຳນວຍການ ວປກ ຢ້ຽມຢາມ ແລະ ອວຍພອນ ພະນັກງານບຳນານ
ເວລາອອກຂ່າວ: 2026-02-06 09:58:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ໃນທ້າຍເດືອນມັງກອນ 2026 ນີ້, ຄະນະພັກ-ຄະນະອຳນວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ນຳໂດຍສະຫາຍ ພັນເອກ ປອ ສົມພິນ ພົມມະຈັນ ຫົວໜ້າກົມພະລາ-ເຕັກນິກ ແລະ ສະຫາຍ ພັນເອກ ປອ ວັນໄຊ ທຸມພະລາ ຮອງຫົວໜ້າກົມການເມືອງ ວປກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນອະດີດການນຳ ແລະ ພະນັກງານບຳນານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນນີ້, ມີສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ອະດີດຫົວໜ້າການ ເມືອງ, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ອະດີດຫົວໜ້າການທະຫານ, ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ອະດີດຮອງຫົວໜ້າການເມືອງ, ສະຫາຍ ພົນຈັດຕະວາ ປອ ວິລະພັນ ດວງມະນີ ອະດີດຮອງອຳນວຍການ, ສະຫາຍ ພັນເອກ ປອ ບຸນລອນ ສະຫຼວຍສັກ ອະດີດຄະນະພັກ ວປກ, ສະຫາຍ ພັນເອກ ປທ ເຕັມມາ ຂັນພິລາວົງ ອະດີດຫົວໜ້າຄະນະຮັບຜິດຊອບນັກສຶກສາລະ ບົບບຳລຸງ ແລະ ສະຫາຍ ພັນໂທ ບຸນຈັນ ສິມມະວົງ ອະດີດຫົວໜ້າກົມການເມືອງ ວປກ.
ໂອກາດນີ້, ຄະນະພັກ-ຄະນະບັນຊາ ວປກ ໄດ້ກ່າວອວຍພອນໄຊອັນປະເສີດ ມາຍັງບັນດາສະ ຫາຍອະດີດການນຳ ວປກ ຈົ່ງມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ, ມີຄວາມຜາສຸກໃນຊີວິດຄອບຄົວ, ສືບຕໍ່ສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ພະນັກງານ-ນັກຮົບລຸ້ນສືບທອດ ໄດ້ນຳເອົາຜົນງານມູນເຊື້ອອັນດີງາມ ມາເປັນບົດຮຽນທີ່ລ້ຳຄ່າ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















