ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ສຸມ​ໃສ່​ເຮັດ​ວຽກ​ງານ ​ປກຊ-​ປກສ ຮັບປະກັນ​ໃຫ້​ສະພາບ​ ທົ່ວ​ແຂວງ​ວຽງ​ຈັນ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ
ເວລາອອກຂ່າວ: 2026-02-06 10:04:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ຫົວໃຈ​ຫຼັກ​ທີ່​ສຳຄັນ​ຂອງ​ພັກ​ເຮົາ ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ການ​ພັດ ທະນາ​ເສດຖະກິດ-ສັງຄົມ, ທັງ​ເຮັດ​ໃຫ້ການ​ດຳລົງ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ໄດ້​ຢູ່​ດີ​ກິນ​ດີ ແລະ ກໍ​ແມ່ນ​ວຽກ​ງານ​ໜຶ່ງ ທົ່ວ​ປວງ​ຊົນ​ຮອບດ້ານ ຈະ​ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ. ໃນ​ນີ້, ສຳລັບ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ ທະຫານ​ແຂວງ​ວຽງ​ຈັນ ແມ່ນ​ກົມ​ກອງ​ໜຶ່ງ​ທີ່ຢູ່​ໃນ​ລະບົບ​ໂຄງ​ປະກອບ​ການຈັດຕັ້ງ​ຂອງ​ກອງທັບ​ປະຊາຊົນ​ລາວ, ໂດຍ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ເດັດຂາດ, ໂດຍ​ກົງ ແລະ ຮອບດ້ານ ໂດຍ​ສະເພາະ​ແມ່ນ ຄະນະ​ພັກ​ແຂວງ ແລະ ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ເປັນ​ເສນາ​ທິ​ການ​ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຄະນະ​ກຳມະການ​ປ້ອງ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຮອບດ້ານ ແລະ ມີໜ້າ​ທີ່​ປັບປຸງ​ກໍ່ສ້າງ​ກຳລັງ ໃຫ້​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ ທັງ​ຮັບປະກັນ​ເຮັດ​ໃຫ້​ແຂວງ​ວຽງ​ຈັນ ມີ​ຄວາມ​ສະຫງົບ​ປອດ​ໄພ. ຕະຫຼອດ​ໄລຍະ 1 ປີຜ່ານມາ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ພ້ອມ​ກັນ​ຕັດສິນ​ໃຈ​ສູ້​ຊົນ​ເອົາໃຈໃສ່​ປະ ຕິບັດ​ໜ້າທີ່​ຂອງ​ຕົນ ຕາມ​ມະຕິ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຢ່າງ​ຕັ້ງໜ້າ ໃນ​ນັ້ນ, ໄດ້​ສຸມ​ໃສ່​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ເປັນຕົ້ນ​ຕໍ ເຊິ່ງ​ໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ແຂວງ, ຈັດ​ຕັ້ງ ແລະ ຊີ້​ນຳ ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ​ແບບ​ມູນເຊື້ອ​ຢູ່​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບ, ຈຸດ​ສຳຄັນ​ຕ່າງໆ ແລະ ລຽບ​ຕາມ​ຊາຍ​ແດນ, ຕິດ​ພັນ​ກັບ​ການ​ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ 3 ຂັ້ນ, ສ້າງ​ບ້ານ​ປ້ອມ​ໝັ້ນ-ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ, ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ແຮກສ່ຽວ ເຊິ່ງ​ປັດຈຸບັນ​ທົ່ວ​ແຂວງ​ມີ​ຄອບຄົວ​ປ້ອງ​ກັນ​ຊາດ 33.849 ຄອບຄົວ, ມີ​ບ້ານ​ປ້ອງ​ກັນ​ຊາດ 216 ບ້ານ, ບ້ານ​ແຮກສ່ຽວ 4 ບ້ານ, ມີ 4 ກົມ​ກອງ. ນອກ​ນັ້ນ, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ກອງ​ຫຼອນ-ກອງ​ປ້ອງ​ກັນ​ຕົວ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ, ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ໃຫ້​ກຳລັງ​ກອງ​ຫຼອນ​ໄດ້ 9 ກອງຮ້ອຍ, ກຳລັງ​ປ້ອງ​ກັນ​ຕົວ 2 ກອງຮ້ອຍ, ອົບຮົມ​ເປົ້າ​ໝາຍ 3 ຊຸດ​ທີ I ສຳເລັດ​ຕາມ​ແຜນ, ອົບ ຮົມ​ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດໃຫ້​ໂຮງຮຽນ​ວິຊາ​ຊີບ 1 ແຫ່ງ, ມັດທະຍົມ​ສຶກ​ສາ 7 ແຫ່ງ ໄປ​ພ້ອມ​ກັນ​ນີ້, ຍັງ​ໄດ້​ຊີ້​ນຳ​ບັນດາ​ກຳລັງ​ເຄື່ອນ​ໄຫວ​ສາລະ​ເວ​ຂອບ​ເຂດ​ຮັບຜິດຊອບ (ທັງ​ທາງບົກ-ທາງນໍ້າ) ສາມາດ​ສະກັດ​ກັ້ນ ແລະ ແກ້​ໄຂ​ຫຼາຍ​ຄະດີ​ທີ່​ເກີດ​ຂຶ້ນ​ໄດ້​ທັນ​ເວລາ, ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ກ້ອບ​ກູ້​ໄພພິບັດ ໄດ້​ຈັດ​ຕັ້ງ​ກຳລັງ​ປະຈຳການ​ກຽມພ້ອມ​ສູ້​ຮົບ ສູນ​ບັນຊາ​ກອງ​ບັນຊາ​ການ ປະກອບ​ມີ​ອົງການ 5 ຫ້ອງ, ສິດ​ປະຈຳການ​ບໍລິຫານ, ປະຈຳການ​ວິຊາ​ສະເພາະ​ສື່ສານ, ກົດ​ລັບ, ກຳລັງ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ຕະຫຼອດ 24 ຊົ່ວໂມງ, ຫັນ​ພາວະ​ປ້ອງ​ກັນ ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ, ການ​ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ພ້ອມ​ທັງ​ກຳ​ແໜ້ນ​ສະພາບ​ການ​ຜັນ​ແປ​ຂອງ​ດິນ​ຟ້າ​ອາກາດ ແລະ ກະກຽມ​ກຳລັງ​ເຂົ້າ​ຊ່ວຍ​ໃນ​ເມື່ອ​ມີ​ກໍລະນີ​ເກີດ​ຂຶ້ນ. ໃນ​ປີ 2025 ໄດ້​ສົມທົບ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ ຊ່ວຍ​ປະຊາຊົນ​ທີ່​ຖືກ​ໄພພິບັດ​ນ້ຳ​ຖ້ວມ ມີ​ເມືອງ​ໂພນ​ໂຮງ, ເມືອງ​ວັງ​ວຽງ, ເມືອງ​ວຽງ ​ຄຳ, ເມືອງ​ເຟືອງ ລວມ 6 ຄັ້ງ, ນຳ​ໃຊ້​ກຳລັງ 110 ສະຫາຍ ພ້ອມ​ດ້ວຍ​ພາຫະນະ ລົດ-ເຮືອ ຈຳນວນ​ໜຶ່ງ, ໄດ້​ຊີ້​ນຳ​ກຳລັງ​ປ້ອງ​ກັນ​ບັນດາ​ເປົ້າ​ໝາຍ​ທີ່​ສຳຄັນ​ຕ່າງໆ ເປັນຕົ້ນ​ແມ່ນ ການ​ນຳ​ພັກ-ລັດ, ແຂກ​ພາຍ​ໃນ-ຕ່າງປະເທດ, ກອງ​ປະຊຸມ​ລະດັບ​ຊາດ-ລະດັບ​ທ້ອງຖິ່ນ, ວັນ​ບຸນ​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ຂອງ​ກອງທັບ, ປ້ອງ​ກັນ​ການ​ຊ້ອມ​ຮົບ ລາວ-ຣັດ​ເຊຍ 2025, ປ້ອງ​ກັນ​ທາງ​ລົດໄຟ​ລາວ-ຈີນ, ທິດ 13 ເໜືອ, ທິດ​ຊາຍ​ແດນ ເຫັນ​ວ່າ​ມີ​ຄວາມ​ສະຫງົບ​ປອດ​ໄພ ໂດຍ​ພື້ນຖານ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ ຍັງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້ ນາຍ ແລະ ພົນທະຫານ ຮັບ​ຮູ້​ເຊື່ອມ​ຊຶມ, ຕໍ່​ມະຕິ​ຄຳ​ສັ່ງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ລະບຽບ​ວິໄນ​ຂອງ​ກອງທັບ, ໂດຍ​ສະເພາະ​ແມ່ນ 7 ລະບອບ 18 ວຽກ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ຊີ້​ນຳ​ບັນດາ​ກົມ​ກອງ​ສູ້​ຊົນ​ທຳ​ການ​ຜະລິດ ເປັນຕົ້ນ​ແມ່ນປູກ​ເຂົ້າ, ສາລີ, ມັນຕົ້ນ, ກ້ວຍ, ພືດ​ລົ້ມ​ລຸກ​ຕ່າງໆ ປັດຈຸບັນ​ຍັງ​ສືບຕໍ່​ບົວລະບັດ​ບຳລຸງ​ຮັກສາ​ສວນ​ໝາກພ້າວ​ ນໍ້າ​ຫອມ ທັງ​ໝົດ 23 ເຮັກຕາ ຈຳນວນ 5.993 ຕົ້ນ, ປູກ​ຢາງພາລາ ຈຳນວນ 5.250 ຕົ້ນ ແລະ ລ້ຽງສັດ​ປະເພດ​ຕ່າງໆ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ ດີ​ຂຶ້ນ​ເລື້ອຍໆ. ສັງ​ລວມ​ແລ້ວ 1 ປີ ຜ່ານມາ ກອງ​ບັນຊາ​ການ​ທະຫານ ​ແຂວງ​ວຽງ​ຈັນ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ ປູກຝັງ-ລ້ຽງສັດ ແລະ ບໍລິການ​ອື່ນໆ ທັງ​ໝົດ 5.545.532.530 ກີບ ພ້ອມ​ນີ້, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ຄ້າຍ​ຄູ- ທີ່ຢູ່​ອາໄສ​ໃຫ້​ບັນດາ​ກົມ​ກອງ​ເປັນຕົ້ນ ສຳເລັດ-ມອບ​ຮັບ​ໂຄງການ​ກໍ່ສ້າງ​ຄ້າຍ​ກອງ​ບັນຊາ​ທະຫານ​ເມືອງ​ວັງ​ວຽງ, ກອງ​ບັນຊາ​ການ​ທະຫານ​ເມືອງ​ທຸລະຄົມ, ໂຄງ ການ​ກໍ່ສ້າງ​ເຮືອນນອນ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ 1 ຫຼັງ, ກຳແພງ​ເຮືອນ​ຮັບແຂກ ຂອງ​ກອງ​ບັນຊາ​ການ, ຫ້ອງ​ນ້ຳ 1 ຫຼັງ, ຕໍ່​ເຕີມ​ສະໂມສອນ, ກະລາ​ລົດ, ກໍ່ສ້າງ​ສູນ​ບັນຊາ​ສື່ສານ, ປັບປຸງ​ເຮືອນຄົວ-ຫ້ອງ​ອາຫານ ເພີ່ມ​ຂຶ້ນ 17 ຫຼັງ, ຖາວອນ 10 ຫຼັງ, ເຄິ່ງ​ຖາວອນ 23 ຫຼັງ. ທິດ​ທາງ​ວຽກ​ງານ​ໃນຕໍ່ໜ້າ ຄະນະ​ພັກ-ຄະນະ​ບັນຊາ ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຂົງເຂດ​ວຽກ​ງານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເ​​ທດ, ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ແຂວງ ກໍ​ຄື ມະຕິ​ກອງ​ປະຊຸມ​ໃຫຍ່ ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ​ວາງ​ອອກ ຕິດ​ພັນ​ກັບ ສອງ​ວາລະ​ແຫ່ງ​ຊາດ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໃນຕໍ່ໜ້າ ໃຫ້​ມີ​ປະສິດທິພາບ​ສູງ ແລະ ຮັບປະກັນ​ເຮັດ​ໃຫ້​ສະພາບ​ບໍລິເວນ​ທົ່ວ​ແຂວງ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ