ກອງບັນຊາການທະຫານແຂວງຫຼວງນໍ້າທາ ສະຫຼຸບວຽກງານປ້ອງກັນຊາດ ປະຈໍາ ປີ 2025
ເວລາອອກຂ່າວ: 2026-02-06 10:41:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1025 | ຄວາມນິຍົມ: ![]()
ໃນວັນທີ 4 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຈັດກອງປະຊູມ ສະຫຼຸບ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປະຈໍາ ປີ 2025 ແລະ ທິດທາງແຜນການ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຫູມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີສະຫາຍ ອ່ອນຈັນ ຄຳພາວົງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ກອງບັນຊາການທະຫານເມືອງ 5 ເມືອງ, 2 ກອງພັນ, ຄະນະກໍາມະທິການ ປກຊ-ປກສ, ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນເອກ ພອນເອື້ອຍ ຄໍາມີພົນ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ ຕະຫຼອດໄລຍະ 1 ປີ ຜ່ານມາ ໂດຍປີ່ນອ້ອມການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຕົ້ນ ແມ່ນການຈັ້ດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກອງບັນຊາການທະຫານແຂວງໃນໄລຍະຜ່ານມາ, ສັງລວມແລ້ວເຫັນວ່າ ສາມາດຍາດໄດ້ຜົນສໍາເລັດ ທີ່ໜ້າເພິ່ງພໍໃຈຫຼາຍດ້ານ ໃນນີ້, ອັນພົ່ນເດັ່ນກວ່າໝູ່ແມ່ນ ວຽກງານກຽມພ້ອມສູ້ຮົບ, ຊ່ວຍເຫຼືອປະຊາຊົນໄດ້ຮັບຜົນກະທົບຈາກອະຄີໄພ, ສຳເລັດກອງປະຊຸມອົງຄະນະພັກຂອງກອງບັນຊາການທະຫານແຂວງ, ພ້ອມນີ້, ກອງບັນຊາການທະຫານແຂວງ ຍັງໄດ້ເອົາໃຈໃສ່ໃນວຽກງານປູກຝັງລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃນນີ້, ບົວລະບັດສວນຢາງພາລາໃນເນື້ອທີ່ 126 ເຮັກຕາ, ມີ 27.712 ຕົ້ນ ໃນນີ້, ປາດແລ້ວ 23.267 ຕົ້ນ, ຜົນໄດ້ຮັບ 58.843 ໂຕນ, ປູກພືດລົ້ມລຸກຕາມລະດູການເກັບກູ້ໄດ້ 21.456 ກິໂລ, ລ້ຽງງົວ-ຄວາຍ 133 ໂຕ, ໝູ-ແບ້ 50 ໂຕ, ສັດປີກ 21.100 ໂຕ, ສັດນໍ້າ 1.069 ກິໂລ ສາມາດສ້າງລາຍຮັບ ຈາກຜົນຜະລິດ, ຈາກການບໍລິການ ແລະ ຄ່າເຊົ່າ ລວມລາຍຮັບທັງໝົດໃນ 1 ປີຜ່ານມາໄດ້ 4.342.122.000 ກີບ ທຽບໃສ່ແຜນການປີ ເທົ່າກັບ 99,9%. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ຕໍ່ບົດສະຫຼູບ ແລະ ທິດທາງແຜນການ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງ ວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໜາະກັບສະພາບແວດລ້ອມຕົວຈິງ.
ໃນວາລະດຽວກັນນີ້, ສະຫາຍ ພັນໂທ ບູນໄລ ຕຽນແສງດາວ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ກໍໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ຍ້ອງຍໍຜົນງານໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວ ປ້ອງກັນຊາດໃນປີທີ່ຜ່ານມາ.
ໂອກາດນີ, ສະຫາຍ ອ່ອນຈັນ ຄຳພາວົງ ໄດ້ໂອ້ລົມ ແລະ ສະຫາຍໄດ້ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ກອງບັນຊາການທະຫານແຂວງຍາດມາໄດ້ໃນໄລຍະ 1 ປີຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ທີ່ພວກເຮົາຈະຕ້ອງໄດ້ພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ, ຂັ້ນເທິງ ມອບໜາຍໃຫ້ປະກົດຜົນເປັນຈິງ, ເວົ້າລວມເວົ້າສະເພາະ ກໍແມ່ນການປົກປັກຮັກສາທ້ອງຖິ່ນແຂວງຫຼວງນໍ້າທາຂອງພວກເຮົາໃຫ້ມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ, ພ້ອມກັນສ້າງຂະບວນການ, ສ້າງຜົນງານ ເພືອຂໍ່ານັບຮັບຕ້ອນວັນເລືອກຕັ້ງສະມາຊິສະພາປະຊາຊົນແຫ່ງຊາດ ແລະ ສະພາປະຊາຊົນແຂວງຫຼວງນ້ຳທາ ທີ່ຈະມາເຖິງໃນມໍ່ໆ ນີ້ໃຫ້ມີຂະບວນການຟົດຟື້ນ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















