ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ກົມປ້ອງກັນພາຍໃນ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-02-06 10:54:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1019 | ຄວາມນິຍົມ:



ໃນວັນທີ 6 ກຸມພາ 2026 ນີ້, ກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ຫົວໜ້າກົມປ້ອງກັນພາຍໃນ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບ ທົ່ວກົມເຂົ້າຮ່ວມ. ສະຫາຍ ພັນໂທ ກົມທອງ ວຽງໄຊ ຮອງຫົວໜ້າກົມປ້ອງກັນພາຍໃນ ໄດ້ຜ່ານສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນປະຈຳປີ 2026 ເຊິ່ງໄລຍະຜ່ານມາຄະນະພັກ-ຄະນະບັນຊາ ໄດ້ຊີ້ນຳວຽກງານສຶກສາອົບຮົມ ຍົກສູງສະຕິລະວັງຕົວປະຕິວັດ, ກໍ່ສ້າງຂະບວນການວຽກງານປ້ອງກັນພາຍໃນ, ຈັດຕັ້ງດໍາເນີນວຽກງານ ປ້ອງກັນພາຍໃນຢ່າງຕໍ່ເນື່ອງ, ສ່ອງແສງລາຍງານສະພາບການກົມກອງ ເຂດໃຈກາງນະຄອນຫຼວງ ແລະ ກົມກອງທ້ອງຖິ່ນ, ຈັດຕັ້ງພະນັກງານກົມປ້ອງກັນພາຍໃນ ລົງຊຸກຍູ້ຊີ້ນໍາວຽກງານປ້ອງກັນພາຍໃນ ແລະ ການກະກຽມດໍາເນີນກອງປະຊຸມວຽກງານປ້ອງກັນພາຍໃນ ທົ່ວກອງທັບ 5 ປີ ຂັ້ນອົງການກົມກອງທ້ອງຖິ່ນ, ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ 3 ຂັ້ນ, ກອງປະຊຸມສຸດຍອດອາຊຽນ ແລະ ວັນສໍາຄັນ ຂອງພັກ, ຂອງຊາດ ທີ່ຈະມາເຖິງ, ເປີດຊຸດອົບຮົມບຳລຸງວຽກງານປ້ອງກັນພາຍໃນ ຊຸດທີ 10 ຢູ່ໂຮງຮຽນທິດສະດີການເມືອງ ກອງທັບ ລະບົບຊັ້ນສູງ 5 ເດືອນ, 30 ສະຫາຍ, ສົ່ງນັກຮຽນ 20 ສະຫາຍ ໄປເຝິກອົບຮົມຍົກລະດັບການ ຊີ້ນໍາວິຊາສະເພາະ ຢູ່ ສສ ຫວຽດນາມ 45 ວັນ ແລະ ຈັດຕັ້ງເຝິກອົບຮົມໄລຍະສັ້ນ ໃຫ້ກຳມະການປ້ອງກັນ ໃນຄະນະພັກ, ຜູ້ຊ່ວຍວຽກງານປ້ອງກັນພາຍໃນກົມກອງທ້ອງຖິ່ນ ຈໍານວນໜຶ່ງ, ດໍາເນີນກອງປະຊຸມວຽກ ງານປ້ອງກັນພາຍໃນ 5 ປີ ຂັ້ນກົມກອງ ໄດ້ຈຳນວນ 37 ກົມກອງ, ຍັງບໍ່ໄດ້ເປີດ 27 ກົມກອງ, ແຈ້ງບໍ່ມີ ເງື່ອນໄຂເປີດ 03 ກົມກອງ, ໄດ້ຮັບທຶນກໍ່ສ້າງຈາກກະຊວງ ປກສ ທັງໝົດ 16 ທຶນ, ຊັ້ນສູງ 08, ປະລິນຍາຕີ 05, ປະລິນຍາໂທ 01, ເຊື່ອມຕໍ່ 02 ສະຫາຍ, ໄດ້ຮັບທຶນອົບຮົມວຽກວິຊາສະເພາະໄລຍະ ສັ້ນ 04 ເດືອນ ຢູ່ ສປ ຈີນ 02 ສະຫາຍ. ວຽກງານປ້ອງກັນການເມືອງພາຍໃນ, ຄະນະພັກ-ຄະນະບັນຊາພະແນກ, ຂະແໜງປ້ອງກັນພາຍໃນ ໄດ້ເອົາໃຈໃສ່ກຳແໜ້ນສະພາບການກົນອຸບາຍຂອງສັດຕູ, ກວດກາພິຈຸດຢັ້ງຢືນດ້ານຊີວະປະຫວັດການເມືອງ, ດໍາເນີນວຽກງານສືບຂ່າວພາຍໃນ, ພາຍນອກ, ສາມາດຕີລາຄາຈັດແບ່ງປະເພດການເມືອງພາຍໃນ ທົ່ວກອງທັບ ປະຈໍາປີ 2025 ຈໍານວນ 59 ຫົວໜ່ວຍກົມກອງ, ບໍ່ໄດ້ສົ່ງ 03 ກົມກອງ, ປະເພດ 1 ໄດ້96,56%; ປະເພດ 2 ໄດ້ 3,43%; ປະເພດ 3 ໄດ້ 0,00%, ວຽກງານປ້ອງກັນການນໍາ ແລະ ຄວາມປອດໄພ, ໄດ້ຊີ້ນໍາຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມປອດໄພໃຫ້ແກ່ການນໍາ ຕາມສະຖານທີ່ສໍານັກ ງານ, ອົງການ, ເຮືອນພັກການນໍາ ແລະ ທຸກໆ ການເຄື່ອນໄຫວຂອງການນໍາ ໃຫ້ຮັບປະກັນຄວາມລັບ, ຄວາມປອດໄພໃຫ້ການນໍາ ແລະ ກອງປະຊຸມປິ່ນອ້ອມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45, ງານ 3 ວັນປະຫວັດສາດ, ງານກິລາແຫ່ງຊາດ ແລະ ງານສວນສະໜາມວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ປ້ອງກັນສໍານັກງານ, ເຮືອນພັກ, ການນໍາ ຈໍານວນ 16 ຈຸດ ມີ 158 ສະຫາຍ, ປ້ອງກັນການນໍາ, ແຂກພາຍໃນ ແລະ ຕ່າງປະເທດ, ເຄື່ອນໄຫວວຽກພາຍໃນ ແລະ ຕ່າງປະເທດ ໄດ້ 115 ຄັ້ງ, ເຂົ້າຮ່ວມປ້ອງກັນກອງປະຊຸມລະດັບຊາດ, ສາກົນ ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ ເຊັ່ນ: ກວດກາທາດແຕກ, ທາດເບື່ອ ຈໍານວນ 19 ເທື່ອ ແລະ ຮັບປະກັນມີຄວາມສະຫງົບປອດໄພ 100%. ນອກນີ້, ຍັງມີວຽກງານສືບສວນ-ສອບສວນແກ້ໄຂຄະດີ ແລະ ເຫດການເກີດຂຶ້ນໃນກອງທັບ, ວຽກງານເຕັກນິກວິທະຍາສາດອາຍາ, ວຽກງານຄຸມຂັງ-ດັດສ້າງ, ປັບປຸງດ້ານໂຄງປະກອບການຈັດຕັ້ງ, ບຸກຄະລາກອນ, ວຽກງານພົວພັນຮ່ວມມືກັບຕ່າງປະເທດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ມີເນື້ອໃນຄົບຖ້ວນສົມບູນໃນຕໍ່ໜ້າຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ