ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ພິທີ ມອບ-ຮັບ ລົດຈັກ ຢູ່ກອງບັນຊາການທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-02-06 10:55:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1056 | ຄວາມນິຍົມ:



ວັນທີ 4 ກຸມພາ 2026 ນີ້, ຢູ່ທີ່ສູນບັນຊາ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ມີພິທີ ມອບ-ຮັບ ລົດຈັກ ຍີ່ຫໍ້ ສຽງຈຽງ (QJ150J-26R) ຈຳນວນ 05 ຄັນ ຈາກສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ຕາມລຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຕ່າງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ເຂົ້າຮ່ວມເປັນສັກຂີພະຍານ. ລົດທີ່ໄດ້ຮັບຈຳນວນດັ່ງກ່າວນີ້ ແມ່ນຈະນໍາມອບໄປມອບໃຫ້ບັນດາປ້ອມ ທີ່ຢູ່ລຽບຕາມຊາຍແດນ ບ່ອນທີ່ຫ່າງໄກສອກຫຼີກ ໂດຍສະເພາະຄື: ປ້ອມສົບໂຫຼຍ, ປ້ອມຫວຍລ້ານ ທີ່ຂຶ້ນກັບ ກອງຮ້ອຍທະຫານຊາຍແດນ 135 ແລະ ປ້ອມປາກນ້ຳຟ້າ, ປ້ອມຫ້ວຍກຸ້ມ, ປ້ອມຂາຫຼັງ ທີ່ຂຶ້ນກັບ ກອງຮ້ອຍທະຫານຊາຍແດນ 133. ໂດຍ: ບຸນປັນ ປັນຍາລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ