ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງບັນຊາການທະຫານຊາຍແດນ ເຂົ້າອວຍພອນວັນບຸນປີໃໝ່ ສສ ຫວຽດນາມ
ເວລາອອກຂ່າວ: 2026-02-06 11:04:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1070 | ຄວາມນິຍົມ:



ວັນທີ 5 ກຸມພາ 2026 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ນຳໂດຍ ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ມອບຂອງຂວັນ ໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ເນື່ອງໃນໂອກາດ ວັນບຸນປີໃໝ່ ສສ ຫວຽດນາມ (ຄສ 2568) ທີ່ຄ້າຍທະຫານຊາຍແດນ ດ່ານສາກົນ ເກົ່າແຈວ ແຂວງ ຮ່າຕິງ ສສຫວຽດນາມ ແລະ ຕາງໜ້າຕ້ອນຮັບໂດຍ ສະຫາຍ ພັນເອກ ພິເສດ ບຸ່ຍ ວັນ ແທັງ ຫົວໜ້າການທະຫານ ກອງບັນຊາການ ທະຫານຊາຍແດນແຂວງຮ່າຕິ່ງ ພ້ອມຄະນະ. ໃນພິທີ ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ກໍຄືນາຍ ແລະ ພົນທະຫານ ໃນທົ່ວກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ກ່າວອວຍພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດມິດທະພາບ ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊໄປຍັງຄະນະພັກກອງບັນຊາການທະຫານຊາຍແດນ ກໍຄືນາຍ ແລະ ພົນທະຫານ ໃນທົ່ວກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານຂອງຕົນ, ອວຍພອນໃຫ້ຄວາມສາມັກຄີແບບພິເສດທີ່ມີມູນເຊື້ອອັນດີງາມລະ ຫວ່າງສອງຊາດ, ສອງກອງທັບ ກໍຄືສອງກໍາລັງທະຫານຊາຍແດນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ເຊິ່ງເຄື່ອງທີ່ນຳໄປມອບໃນຄັ້ງນີ້, ປະກອບມີ ເຂົ້າສານ 1 ໂຕ່ນ, ໄມ້ແກະສະຫຼັກລາຍໄມ້ລາວ 3 ແຜ່ນ ແລະ ຂອງຝາກ ອີກຈໍານວນໜຶ່ງ ລວມມູນຄ່າ 70 ລ້ານກວ່າກີບ. ໂອກາດນີ້, ສະຫາຍ ພັນເອກ ພິເສດ ບຸ່ຍ ວັນ ແທັງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ພ້ອມຄະນະ ທີ່ໄດ້ນຳເອົາເຄື່ອງຝາກຂອງຕ້ອນ ແລະ ຄຳອວຍພອນອັນອົບອຸ່ນ, ໄມຕີຈິດມິດຕະພາບ ມາອວຍພອນ ໃນຄັ້ງນີ້ ພ້ອມທັງ, ອວຍພອນຄືນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໄມຕິຈິດມິດຕະພາບ ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໂດຍ: ສີສຸພັນ ບຸນນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ