ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງວອນຊໍາ
ເວລາອອກຂ່າວ: 2026-02-06 14:56:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 972 | ຄວາມນິຍົມ: ![]()
ໃນວັນທີ 6 ກຸມພາ 2026 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ວອນ ຊໍາ ປະທານອົງການຮ່ວມມືສາກົນເກົາຫຼີ ຈາກສໍານັກງານໃຫຍ່ ນະຄອນຫຼວງ ເຊອູລ ປະເທດ ສ.ເກົາຫຼີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອຍົກລະດັບການຮ່ວມມືທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຕິດຕາມ ສະພາບການຊ່ວຍເຫຼືອຂອງລັດຖະບານ ສ ເກົາຫຼີ ໃຫ້ແກ່ ສປປ ລາວ, ໂດຍສະເພາະ ການຊ່ວຍເຫຼືອທີ່ລັດຖະບານ ສ.ເກົາຫຼີ ໄດ້ມອບໃຫ້ KOICA ເປັນຜູ້ສະໜັບສະໜູນການຈັດຕັ້ງປະຕິບັດ.
ພາຍຫຼັງສໍາເລັດພິທີຕ້ອນຮັບທາງການແລ້ວ ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ເຫັນດີເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫຼືອ ພ້ອມເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີ ຕະຫຼອດຮອດການເພີ່ມທະວີການຮ່ວມມື ເພື່ອຫາແນວທາງຄວາມຮ່ວມມືໃໝ່ໆ ໃນການແກ້ໄຂບັນຫາຮ່ວມກັນ, ທັງສອງຝ່າຍຕ່າງກໍຢືນຢັນ ທີ່ຈະສົ່ງເສີມຄວາມສໍາພັນຜ່ານກິດຈະກໍາຕ່າງໆ ຕໍ່ໄປໃນອະນາຄົດ ເຊັ່ນ: ຊຸກຍູ້ການສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດເພື່ອຫັນເປັນທັນສະໄໝ ໂດຍສະເພາະ ການສ້າງຄວາມເຂັ້ມແຂງທາງດ້ານການທ່ອງທ່ຽວ ແລະ ນະວັດຕະກຳເຕັກໂນໂລຊີ, ສືບຕໍ່ຊຸກຍູ້ຍົກລະດັບການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດຖະກອນ ໃນຂົງເຂດເສດຖະກິດ-ການເງິນ, ການບໍລິການສາທາລະນະສຸກ, ກະສິກຳ-ສິ່ງແວດລ້ອມ, ເຕັກໂນໂລຊີ ແລະ ຂົງເຂດອື່ນໆ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມ ຂອບໃຈມາຍັງ ທ່ານ ຈາງ ວອນ ຊໍາ ທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພ້ອມນີ້, ໃນນາມຕາງໜ້າໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ສປປ ລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ສ.ເກົາຫຼີ ຕໍ່ການຊ່ວຍເຫຼືອທຶນຮອນ ແລະ ວິຊາການ ເຂົ້າໃນການພັດທະນາ ສປປ ລາວ ຢ່າງໝັ້ນຄົງຕະຫຼອດມາ, ເຖິງແມ່ນວ່າໄລຍະຜ່ານມາ ຈະເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເກີດວິກິດການທາງດ້ານເສດຖະກິດ-ການເງິນໃນທົ່ວໂລກ ເຮັດໃຫ້ເກີດມີຄວາມຫຍຸ້ງຍາກ ແລະ ສັບສົນຕ່າງໆ ແຕ່ລັດຖະບານ ສ ເກົາຫຼີ ກໍຍັງໄດ້ ຄົ້ນຄວ້າທຶນຮອນມາຊ່ວຍ ສປປ ລາວ ເຮົາ, ການຊ່ວຍເຫຼືອດັ່ງກ່າວ ເປັນມູນເຊື້ອອັນສໍາຄັນ ເພື່ອຊ່ວຍສູ້ຊົນໃຫ້ບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ນໍາພາ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ນີ້, ຫວັງຢ່າງຍິ່ງວ່າ ທ່ານ ຈາງ ວອນ ຊຳ ຈະຊ່ວຍສືບຕໍ່ຊຸກຍູ້ ລັດຖະບານ ສ.ເກົາຫຼີ ພິຈາລະນາການຊ່ວຍເຫຼືອ ແລະ ເສີມຂະຫຍາຍການ ຮ່ວມມື ໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ອື່ນໆ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















