ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງປະຊຸມສ່ອງແສງ ວຽກງານພະລາທິການ ທົ່ວກອງທັບ ປະຈໍາປີ 2025 ເຂດທີ V
ເວລາອອກຂ່າວ: 2026-02-06 14:58:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 965 | ຄວາມນິຍົມ:



ກອງປະຊຸມສ່ອງແສງ ວຽກງານພະລາທິການ ທົ່ວກອງທັບ ປະຈໍາປີ 2025 ເຂດທີ V, ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ຮັບກຽດເປັນເຈົ້າພາບ, ຈັດຂຶ້ນໃນວັນທີ 06 ກຸມພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຜູ້ຕາງໜ້າໂຮງຮຽນທະຫານຊາຍແດນ 712, ໂຮງຮຽນ 303, ໂຮງຮຽນ 301, ກອງພັນໃຫຍ່ 642, ໂຮງໝໍບໍລິເວນ 109, ກອງພັນໃຫຍ່ 644, ກອງພົນທີ 4, ກອງບັນຊາການ ທະຫານ ແຂວງບໍລິຄຳໄຊ, ກອງບັນຊາການ ທະຫານ ແຂວງຄຳມ່ວນ, ກອງບັນຊາການ ທະຫານ ແຂວງ ສະຫວັນນະເຂດ ແລະ ຄະນະຮັບຜິດຊອບລົງຮັບສ່ອງແສງວຽກງານພະລາທິການເຂົ້າຮ່ວມ. ໂດຍປະຕິບັດລະບອບແບບແຜນວິທີເຮັດວຽກ ຂອງກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ພະລາທິ ການ ກອງທັບ, ເພື່ອເປັນການຕິດຕາມ, ກວດກາ ຊຸກຍູ້ ແລະ ກຳສະພາບ ວຽກງານພະລາທິການໃນທົ່ວກອງທັບ, ເປັນການແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ກົມໃຫຍ່ພະລາທິການ ກັບ ບັນດາກົມກອງກໍາລັງ ຫຼວງ-ກໍາລັງທ້ອງຖິ່ນ ທົ່ວກອງທັບ, ທັງເປັນການລົງເຄື່ອນໄຫວຊີ້ນໍາ, ສ້າງບົດສະຫຼຸບ, ສ້າງສະຖິຕິວຽກງານພະລາທິການປະຈໍາປີ 2025 ເພື່ອກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການຈັດຕັ້ງດໍາເນີນກອງປະຊຸມວຽກງານພະລາທິການ ທົ່ວກອງທັບ ປະຈຳປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ໃຫ້ບັນລຸໄດ້ຕາມຈຸດປະສົງຄາດໝາຍ ແລະ ມີຜົນສໍາເລັດຢ່າງຈົບງາມ. ໂດຍ: ຄໍາປະສົງ ລາດຊະວົງ ແລະ ວິຊາການກົມກອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ