ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ X ເຂດເລືອກຕັ້ງທີ 4 ແລະ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ພົບປະ ຜູ້ມີສິດເລືອກຕັ້ງ
ເວລາອອກຂ່າວ: 2026-02-06 15:05:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 950 | ຄວາມນິຍົມ:



‎ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຄັ້ງນີ້, ແມ່ນເຫດການ-ການເມືອງ ທີ່ສໍາຄັນຍິ່ງຂອງຊາດ, ແມ່ນການສືບຕໍ່ສ້າງ ແລະ ບູລະນະລະບົບ ອຳນາດລັດ ແຫ່ງ ປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ. ໃນວັນທີ 5 ກຸມພາ 2026 ນີ້, ທີ່ສະໂມສອນແຂວງອຸດົມໄຊ ຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ X ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ສະມາຊິກ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ເມືອງໄຊ ໄດ້ລົງສະເໜີຕົວ ພົບປະ ຜູ້ມີສິດເລືອກຕັ້ງ ພາຍໃນເທດສະບານແຂວງ. ການສະເໜີຕົວ ພົບປະ ຄັ້ງນີ້, ມີທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ເມືອງໄຊ ປະກອບມີ 7 ສະຫາຍ, ຍິງ 3 ສະຫາຍ. ການລົງສະເໜີ ແລະ ພົບປະ ຜູ້ມີສິດເລືອກຕັ້ງ ເປັນການຈັດຕັ້ງປະຕິບັດຕາມ ມາດຕາ 18 ຂອງ ກົດໝາຍ ວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ ສະບັບປັບປຸງ ປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງ ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໝາຍ. ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະສະຫາຍ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດ ອຳນາດ ຂອງ ປະຊາຊົນ ຢູ່ ສສຊ ແລະ ສສຂ, ເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລະ ແລກປ່ຽນຄໍາເຫັນ ເຊິ່ງ ກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ ເປັນຕົວແທນຂອງຕົນ ຢູ່ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ແນໃສ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ພິຈາລະນາຢ່າງຖີ່ຖ້ວນ ເພື່ອຄັດເລືອກເອົາຕົວແທນທີ່ມີ ຄວາມຮູ້, ຄວາມສາມາດ ແລະ ຮັກຊາດ ຮັກປະຊາຊົນ ຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ໃນສະພາ. ໂດຍ: ສຸວັນທອງ ປັນຍາຂັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ