ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ເຜີຍແຜ່​ເຊື່ອມ​ຊຶມ​ເອກະສານ​ວຽກ​ງານ​ການ​ເງິນ ໃນ​ທົ່ວ​ກອງທັບ
ເວລາອອກຂ່າວ: 2026-02-13 09:10:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ກອງ​ປະຊຸມ​ເຜີຍແຜ່​ເຊື່ອມ​ຊຶມ​ເອກະສານ​ວຽກ​ງານ​ການ​ເງິນ ໃນ​ທົ່ວ​ກອງທັບ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກຸມພາ 2026 ນີ້, ຢູ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ. ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ວັນ​ດີ ຄຳ​ໄຊ​ຫົງ ຮອງ​ຫົວໜ້າ​ກົມ​ການ​ເງິນ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ ຫົວໜ້າ​ຫ້ອງ​ພະລາທິການ, ອົງ ການ 5 ຫ້ອງ, ພະແນກການ​ເງິນ​ຈາກ​ກອງ​ບັນຊາ​ການ​ທະຫານແຂວງ​ຫຼວງ​ພະບາງ, ວຽງ​ຈັນ, ໄຊ​ຍະ​ບູ​ລີ, ອຸດົມ​ໄຊ, ຜົ້ງ​ສາລີ, ຫຼວງ​ນ້ຳ​ທາ, ບໍ່​ແກ້ວ, ກອງ​ພົນ​ທີ 1, ກອງ​ພົນ​ທີ 2, ກອງ​ພົນ​ທີ 3, ໂຮງໝໍ​ບໍລິເວນ 107, ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ແລະ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ l ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພັນ​ໂທ ດາວເຮືອງ ວົງ​ດາ​ວັນ ຫົວໜ້າ​ພະ​ແນກ​ຄົ້ນຄວ້າ​ວິທະຍາສາດ​ການ​ເງິນ ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຜ່ານ​ຄຳ​ແນະນຳ​ການຈັດຕັ້ງ​ປະຕິບັດ​ເງິນເດືອນ​ຂອງ​ນາຍ ແລະ ພົນທະຫານ ຢູ່​ກອງທັບ​ປະຊາຊົນ​ລາວ, ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ກຳນົດ​ເງິນ​ອຸດ​ໜູນ, ເງິນ​ກິນ​ເພີ່ມ ແລະ ເງິນ​ນະໂຍບາຍ​ຊ່ວຍ​ໜູນ​ຢູ່​ໃນ​ກອງທັບ​ປະຊາຊົນ​ລາວ ແລະ ຂໍ້​ຕົກລົງ​ເລກ​ທີ 362 ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ກຳນົດ​ການ​ໃຊ້​ຈ່າຍ​ງົບປະມານ​ບໍລິຫານ ຢູ່​ໃນ​ກອງທັບ​ປະຊາຊົນ​ລາວ ອີງ​ຕາມ ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ເງິນ ວ່າ​ດ້ວຍ​ການ​ກຳນົດ​ການ​ໃຊ້​ຈ່າຍ​ງົບປະມານ​ຂອງ​ລັດ, ການ​ປະຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ ແລະ ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ເງິນ ເພື່ອ​ຫັນ​ເຂົ້າ​ສູ່​ລະບຽບ​ແບບແຜນ, ຫຼັກການ​ດ້ານ​ງົບປະມານ​ແຫ່ງ​ລັດ ເປັນ​ການ​ປັງ​ປຸງ ແລະ ຈັດ​ຕັ້ງ ​ປະຕິບັດ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ໃຫ້​ຖືກຕ້ອງ, ເຂັ້ມ​ງວດ​ໃນ​ຂອບ​ເຂດ​ກອງທັບ. ຈຸດປະສົງ​ກໍ​ເພື່ອ​ຮັບປະກັນ​ໃຫ້ການ​ສ້າງ​ແຜນການ​ຂໍ​ອະນຸມັດ​ງົບ ປະມານ​ຕ່າງໆ ຂອງ​ບັນດາ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກອງ​ບັນຊາ​ການ​ທະຫານ​ອາກາດ, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ, ບັນດາ​ກົມ​ເຫຼົ່າ​ຮົບ, ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ, ຖືກຕ້ອງ​ຕາມ​ກົດໝາຍ​ງົບປະ ມານ, ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ, ມີ​ລັກສະນະ​ລວມ​ສູນ​ດ້ານ​ງົບປະມານ​ເຂົ້າ-ອອກ​ປະຕູ​ດຽວ ແລະ ສາມາດ​ກວດ​ສອບ​ໄດ້, ຮັບ ປະກັນ​ໃຫ້​ການຈັດຕັ້ງ​ປະ ຕິ​ບັດ​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ດີ. ໂດຍ: ທອງ​ລິດ ແກ້ວ​ທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ