ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຮັບ​ການ​ອຸປະຖຳ
ເວລາອອກຂ່າວ: 2026-02-13 09:12:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນ​ທີ 10 ກຸມພາ 2026 ນີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຮັບ​ການ​ອຸປະຖຳ ໝາກ​ໄມ້ ປະເພດ​ໝາກ ກ້ຽງ ຈຳນວນ 100 ແກັດ. ໂດຍ​ການ​ກ່າວ​ມອບ​ຂອງ ທ່ານ ນາງ ສີ​ມອນ ແກ້ວ​ວົງ​ເພັດ ປະທານ ບໍລິສັດ ສີ​ມອນ ພັດທະນາ​ກະສິກຳ ແລະ ບໍລິການ​ຂາ​ເຂົ້າ-ຂາ​ອອກ ຈຳກັດ ແລະ ໃຫ້​ກຽດ​ຮັບ​ໂດຍ ສະຫາຍ ພັນ​ເອກ ຄຳ​ເຫຼັກ ສາຍ​ຄຳ​ພວນ ກຳມະການ​ພັກ​ແຂວງ, ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ. ທັງ​ນີ້, ກໍ​ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ແລະ ບໍລິສັດ ສີ​ມອນ ພັດທະ ນາ​ກະສິກຳ ແລະ ບໍລິການ​ຂາ​ເຂົ້າ-ຂາ​ອອກ ຈຳກັດ ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈ ພະນັກງານ-ນັກຮົບ ທີ່​ພວມ​ປະຕິບັດ​ໜ້າທີ່ ເນື່ອງ​ໃນ​ໂອກາດ​ກະກຽມ​ການ​ປອນ​ບັດ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ X ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ V ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ ແລະ ມີ​ຜົນສຳເລັດ​ອັນ​ຈົບງາມ. ຕອນ​ທ້າຍ ສະຫາຍ ພັນ​ເອກ ຄຳ​ເຫຼັກ ສາຍ​ຄຳ​ພວນ ກໍ​ໄດ້​ສະ ແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນ ຄຸນ​ມາ​ຍັງ ປະທານ ບໍລິສັດ ສີ​ມອນ ພັດທະນາ​ກະສິກຳ ແລະ ບໍລິການ​ຂາ​ເຂົ້າ-ຂາ​ອອກ ຈຳກັດ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ​ໃນ​ກຳລັງ​ຂອງ​ພວກ​ເຮົາ ແລະ ສັນຍາ​ວ່າ​ຈະ​ນຳ​ເອົາ​ໝາກ​ໄມ້​ຈຳນວນ​ດັ່ງກ່າວ ໄປ​ແຈກ​ຢາຍ​ໃຫ້​ພະນັກງານ-ນັກຮົບ​ຢ່າງ​ທົ່ວ​ເຖິງ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ