ສສຊ ຊຸດທີ X ເຂດເລືອກຕັ້ງທີ 9 ລົງພົບປະຫາສຽງ ຢູ່ ກອງພັນໃຫຍ່ 643
ເວລາອອກຂ່າວ: 2026-02-13 09:17:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ: ![]()
ພິທີພົບປະລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 9 ກັບຜູ້ມີສິດປ່ອນບັດເລືອກຕັ້ງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2026 ທີ່ຜ່ານມານີ້, ນຳພາຄະນະຜູ້ສະໝັກຮັບເລືອກຕັ້ງໂດຍ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ພ້ອມດ້ວຍຄະນະຜູ້ລົງສະໝັກຮັບເລືອກຕັ້ງ ຈຳນວນ 10 ທ່ານ, ຍິງ3 ທ່ານ,ມີຄະນະພັກ-ຄະນະບັນຊາບັນຊາ, ພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 643, ກອງພັນໃຫຍ່702 ແລະ ໂຮງໝໍບໍລິເວນ 101 ໃຫ້ການຕອນຮັບ ແລະ ເຂົ້າຮ່ວມ.
ໃນພິທີ ໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງ ກໍໄດ້ຜັດປ່ຽນກັນຂຶ້ນນຳສະເໜີຊີວະປະຫວັດຫຍໍ້, ຜົນງານການເຄື່ອນ
ໄຫວທີ່ພົ້ນເດັ່ນ ແລະ ພ້ອມທັງສະເໜີຈຸດປະສົງແນວທາງການພັດທະນາໃນຕໍ່ໜ້າຫາກໄດ້ຮັບເລືອກຕັ້ງເປັນ ສສຊ ເພື່ອໃຫ້ຜູ້ມີສິດປ່ອນບັດໄດ້ຮັບຊາບແລະ ເປັນບ່ອນອີງໃນການຕັດສິນໃຈເລືອກເອົາຕົວແທນທີ່ເໝາະສົມ ເຂົ້າໄປເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ພ້ອມທັງແນໃສ່ເຮັດໃຫ້ພະນັກງານນາຍ ແລະພົນທະຫານ ກໍຄືປະຊາຊົນບັນດາເຜົ່າສາມາດຕັດສິນໃຈປ່ອນບັດຄັດເລືອກເອົາຕົວແທນທີ່ຄົບຕາມມາດຖານ, ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮັກຊາດ ຮັກປະຊາຊົນຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ເປັນກະບອກສຽງປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີຄວາມເຂັ້ມແຂງ ພ້ອມດຽວກັນນີ້, ຍັງໄດ້ເປີດໂອກາດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ນຳໄປພິຈາລະນາ ແລະ ປັບປຸງໃນຕໍ່ໜ້າ
ໂອກາດດຽວກັນນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນ ໃນການເລືອກຕັ້ງໃນວັນ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ+ຂ່າວ: ຄຳໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















