ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງພັນ 793 ສະຫຼຸບ​ວຽກ​ງານປັບປຸງ​ກໍ່ສ້າງ​ກົມ​ກອງ
ເວລາອອກຂ່າວ: 2026-02-13 09:18:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງພັນ 793 ກອງພັນ​ໃຫຍ່ 279 ໄດ້​ສະຫຼຸບ​ວຽກ​ງານ​ປັບປຸງ​ກໍ່ສ້າງ​ກົມ​ກອງ ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ​ປີ 2026 ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279 ມີ​ຄະນະ​ກອງຮ້ອຍ, ໝວດ, ສຳນັກງານ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ຖອຍ ທຳ​ມະ​ວົງ ຮອງ​ຫົວໜ້າການ ເມືອງ ກອງພັນ 793 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ວຽກ​ງານ​ປັບປຸງ​ກໍ່ ສ້າງ​ກົມ​ກອງ​ໃນ​ໄລຍະ 1 ປີຜ່ານ ມາ ເຫັນ​ວ່າ​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ນາຍ ແລະ ພົນທະຫານ ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ ຄຽງ​ຄູ່​ກັນ​ນັ້ນ, ​ຍັງ​ໄດ້​ຈັດ​ຕັ້ງ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ນຳ​ປະຊາຊົນ ຈຳນວນ 4 ໝູ່​ບ້ານ, ໄດ້​ຈັດ​ຕັ້ງ​ລະບົບ​ປະຈຳການ, ກຽມພ້ອມ​ສູ້​ຮົບ​ຕະຫຼອດ 24 ຊົ່ວໂມງ ເອົາໃຈໃສ່​ປ້ອງ​ກັນ​ທີ່​ຕັ້ງ, ປ້ອງ​ກັນ​ອົງການ ການ​ນຳ​ພັກ-ລັດ ປ້ອງ​ກັນ​ ຫ້ອງ​ວ່າການ​ສູນ​ກາງ​ພັກ, ປ້ອງ​ກັນ​ກອງ​ປະຊຸມ ແລະ ປ້ອງ​ກັນ​ກິດຈະການ​ຕ່າງໆ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ທີ່​ຕັ້ງ​ກອງຮ້ອຍ-ກອງພັນ, ກົມ​ໃຫຍ່​ພະລາ ທິການ​ກອງທັບ, ຈຸດ​ໂຮງແຮມ​ລາດ​ສະ​ວົງ​ພຣາ​ຊ່າ, ຈຸດ​ກົມ​ເສດຖະກິດ, ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ, ໂຮງ​ຈັກ​ໂຮງງານ​ຕ່າງໆ ເຮືອນ​ຮັບແຂກ​ປ່າ​ພ້າວ, ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ XII ປ້ອງ​ກັນ​ງານ​ສະເຫຼີມສະຫຼອງ​ວັນ​ສະ​ຖາ​ປາ​ນາ ​ສປປ ລາວ ຄົບຮອບ 50 ປີ, ປ້ອງ​ກັນ​ກອງ​ປະຊຸມ​ຕ່າງໆ​ຢູ່​ຫຼັກ 6 ແລະ ບຸນ​ສຳຄັນ​ຕ່າງໆ ໃນ​ຂອບ​ເຂດ​ຕົນ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ. ນອກ​ນັ້ນ​, ຍັງ​ໄດ້​ຫັດ​ແອບ​ສິລະ​ປະຍຸດ-ຍຸດທະວິທີ, ການ​ນຳ​ໃຊ້​ອາ​ວຸດ​ປະຈຳ​ກາຍ, ປະຈຳ​ຍານ​ເກາະ ຕາມ​ແຜນ​ງານ​ຮັບປະກັນ​ພາຫະນະ​ເຕັກນິກ, ເອົາໃຈໃສ່​ບົວລະບັດ​ພັດ​ເຊັດ ແລະ ປົກ​ປັກ​ຮັກສາ​ພາຫະນະ​ເຕັກນິກ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ ຮັບປະກັນ​ຄວາມ​ປອດ ​ໄພ, ວຽກ​ງານ​ນະໂຍບາຍກົມ​ກອງ ​ມີ​ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ຍາມ​ຈຳເປັນ, ດ້ານ​ວຽກ​ງານ​ປູກຝັງ-ລ້ຽງສັດ ໄດ້​ເອົາໃຈໃສ່​ປູກ​ຜັກ​ຕາມ​ລະດູ​ການ​ ເຊັ່ນ: ປູກ​ຜັດ​ກາດ, ຜັກບົ້ງ, ສະ​ລັດ, ກະລຳປີ ຫອມ​ບົວ-ຫອມປ້ອມ, ໝາກເຂືອ, ໝາກເຜັດ, ບົວລະພາ, ໝາກອຶ, ໝາກ​ນ້ຳ ສາມາດ​ເກັບ​ກູ້​ໄດ້​ທັງ​ໝົດ 2.708 ກິ​ໂລກຣາມ ມີ​ງົວ​ລ້ຽງ 25 ໂຕ ລ້ຽງສັດ​ປີກ 469 ໂຕ, ລ້ຽງ​ໝູ 7 ໂຕ ໃນ 1 ປີຜ່ານມາ​ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ​ໄດ້​ທັງ​ໝົດ 172.000.000 ກີບ, ໃນ​ກອງ​ປະຊຸມ​ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ປະຈຳ​ປີ ເດັ່ນ​ພິເສດ ມີ 4 ສະຫາຍ ແລະ ເດັ່ນ​ປະເພດ 1 ມີ 10 ສະຫາຍ. ໂດຍ: ມະນີ​ວັນ ນິ​ທະ​ກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ