ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ຢ້ຽມຢາມ ແລະ ອວຍພອນ​ປີ​ໃໝ່ ຢູ່​ ແຂວງ​ກວາງ​ຈິ ​ສສ ຫວຽດນາມ
ເວລາອອກຂ່າວ: 2026-02-13 09:20:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ໃນ​ລະຫວ່າງ ວັນ​ທີ 7-8 ກຸມພາ 2026 ນີ້, ການ​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ນຳ​ໂດຍ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ, ໄດ້​ເດີນທາງ​ຢ້ຽມຢາມ ແລະ ອວຍພອນ​ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ, ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ກວາງ​ຈິ ແລະ ດ່ານ​ສາກົນ​ຈາ​ລໍ ​ສສ ຫວຽດນາມ ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ປະຈຳ​ປີ2026. ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ນາຍ ແລະ ພົນທະຫານ​ທົ່ວ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ຄຳ​ມ່ວນ, ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ສາມັກຄີ​ຮັກແພງ​ອັນ​ອົບ​ອຸ່ນ, ໄມຕີ​ຈິດ​ມິດຕະພາບ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ ທັງ 3 ກົມ​ກອງ ແລະ ດ່ານ​ສາກົນ​ຈາ​ລໍ ພ້ອມ​ດ້ວຍ​ນາຍ ແລະ ພົນທະຫານ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມສຸກ​ຄວາມ​ຈະເລີນ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ພັກ-ລັດ ແລະ ປະຊາຊົນມອບ​ໝາຍ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ອວຍພອນ​ໃຫ້​ຄວາມ​ສາມັກຄີ​ແບບ​ພິເສດ, ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ​ປະຊາຊົນ​ລາວ-ຫວຽດນາມ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ, ສະຫະພັນ​ນັກຮົບ​ເກົ່າ ແຂວງ​ກວາງ​ຈິ ແລະ ດ່ານ​ສາກົນ​ຈາ​ລໍ ກອງທັບ​ປະຊາຊົນ​ຫວຽດນາມ ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຈະເລີນ​ງອກ​ງາມ​ຂຶ້ນ​ເລື້ອຍໆ. ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້, ຄະນະ​ພັກ-ຄະນະ​ບັນຊາ​ຂອງ​ແຕ່​ລະ​ກົມ​ກອງ ກໍໄດ້​ສະແດງ​ຄວາມ​ຂອບໃຈມາ​ຍັງ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ພ້ອມ​ດ້ວຍ​ຄະນະ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ ຂອງ​ວັນ​ດັ່ງກ່າວ ພ້ອມ​ທັງ​ເດີນທາງ​ມາ​ຢ້ຽມ​ຢາມ ແລະ ນຳ​ເອົາ​ຄຳ​ອວຍພອນ​ໄຊ ອັນ​ປະເສີດ​ມາ​ອວຍ ພອນ​ໃຫ້​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ປີ 2026 ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ຄວາມ​ສາມັກຄີ​ຮັກແພງ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ-ສອງ​ລັດ-ສອງ​ກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້​ນັບ​ເພີ່ມ​ພູນ​ຄູນ​ສ້າງ ແລະ ຮັດ​ແໜ້ນ​ຍິ່ງໆ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ