ກອງບັນຊາການທະຫານແຂວງຄຳມ່ວນ ຢ້ຽມຢາມ ແລະ ອວຍພອນປີໃໝ່ ຢູ່ ແຂວງກວາງຈິ ສສ ຫວຽດນາມ
ເວລາອອກຂ່າວ: 2026-02-13 09:20:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ: ![]()
ໃນລະຫວ່າງ ວັນທີ 7-8 ກຸມພາ 2026 ນີ້, ການນຳກອງບັນຊາການທະຫານແຂວງຄຳມ່ວນ, ນຳໂດຍ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ, ໄດ້ເດີນທາງຢ້ຽມຢາມ ແລະ ອວຍພອນກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍແດນ, ສະຫະພັນນັກຮົບເກົ່າແຂວງກວາງຈິ ແລະ
ດ່ານສາກົນຈາລໍ ສສ ຫວຽດນາມ ເນື່ອງໃນໂອກາດປີໃໝ່ປະຈຳຊາດຫວຽດນາມ ປະຈຳປີ2026.
ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານທົ່ວກຳລັງປະກອບອາວຸດທ້ອງຖິ່ນແຂວງຄຳມ່ວນ, ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ, ໄມຕີຈິດມິດຕະພາບ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາ ທັງ 3 ກົມກອງ ແລະ ດ່ານສາກົນຈາລໍ ພ້ອມດ້ວຍນາຍ ແລະ ພົນທະຫານຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານອັນໃຫຍ່ຫຼວງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໄດ້ເປັນຢ່າງດີ, ອວຍພອນໃຫ້ຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບປະຊາຊົນລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງຄຳມ່ວນ ກັບກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍແດນ, ສະຫະພັນນັກຮົບເກົ່າ ແຂວງກວາງຈິ ແລະ ດ່ານສາກົນຈາລໍ ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມຂຶ້ນເລື້ອຍໆ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຄະນະພັກ-ຄະນະບັນຊາຂອງແຕ່ລະກົມກອງ ກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ
ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ ພ້ອມທັງເດີນທາງມາຢ້ຽມຢາມ ແລະ ນຳເອົາຄຳອວຍພອນໄຊ ອັນປະເສີດມາອວຍ
ພອນໃຫ້ເນື່ອງໃນໂອກາດປີໃໝ່ປະຈຳປີ 2026 ໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ຄວາມສາມັກຄີຮັກແພງ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ-ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບເພີ່ມພູນຄູນສ້າງ ແລະ ຮັດແໜ້ນຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















