ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ສະ​ຖາ​ບັນ​ການ​ເງິນ​ທີ່ຮັບ​ເງິນ​ຝາກ ສິນ​ຊັບ​ເມືອງ​ເໜືອ ອວຍພອນ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເວລາອອກຂ່າວ: 2026-02-13 09:23:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ, ສະ​ຖາ​ບັນ​ການ​ເງິນ​ທີ່​ຮັບ​ເງິນ​ຝາກ ສິນ​ຊັບ​ເມືອງ​ເໜືອ ນຳ​ໂດຍ ສະຫາຍ ໄພ​ວັນ ສິນ​ທະ​ວົງ ຫົວໜ້າ​ພະ​ແນກ​ສິນ​ເຊື້ອ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ຄະນະ​ອຳນວຍ​ການ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ເນື່ອງ​ໃນ​ໂອກາດ​ຊົມເຊີຍ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ, ໂດຍ​ການ​ຕ້ອນຮັບ​ຂອງ ​ສະຫາຍ ພັນ​ເອກ ​ປອ ສະແຫວງ ແດນ​ນາ​ມົນ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ. ສະຫາຍ ໄພ​ວັນ ສິນ​ທະ​ວົງ ໄດ້​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ຄະນະ​ພັກ-ຄະນະ​ອຳນວຍ​ການ, ນາຍ ແລະ ພົນທະຫານ ທົ່ວ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຂັ້ມແຂງ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ໄດ້​ຮັບ​ການ​ມອບ​ໝາຍ ໂອກາດ​ນີ້, ສະຫາຍ ພັນ​ເອກ ​ປອ ສະແຫວງ ແດນ​ນາ​ມົນ ໄດ້​ຕາງໜ້າ​ຄະນະ​ພັກ-ຄະນະ​ອຳນວຍ​ການ ສະແດງ​ຄວາມ​ຂອບໃຈ​ຕໍ່ສະ​ຖາ​ບັນ​ການ​ເງິນ​ທີ່​ຮັບ​ເງິນ​ຝາກ ສິນ​ຊັບ​ເມືອງ​ເໜືອ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ວັນ​ສ້າງຕັ້ງ​ກອງທັບ ຈຶ່ງ​ໄດ້​ເຂົ້າ​ມາ​ອວຍພອນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ ອວຍພອນ​ໃຫ້​ບັນດາ​ສະຫາຍ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ຈະເລີນ​ກ້າວໜ້າ​ທາງ​ທຸລະ​ກິດ ແລະ ສືບຕໍ່​ຮັດ​ແໜ້ນ​ຄວາມ​ສາມັກຄີ ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ