ຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ຍົກສູງວຽກງານການນຳພາ-ຊີ້ນຳ
ເວລາອອກຂ່າວ: 2026-02-13 09:27:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ: ![]()
ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການຄະນະປະ ຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໃຫ້ຮູ້ວ່າ: ການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງໄລຍະຜ່ານມາແມ່ນໄດ້ນຳພາ-ຊີ້ນຳຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານໂດຍຖືເອົາ 5 ຫຼັ້ກການ 3 ທິດນຳຂອງພັກວາງອອກກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກກອງບັນຊາການທະຫານແຂວງວາງອອກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ສາມາດເຮັດໃຫ້ສະພາບໃນທົ່ວແຂວງມີຄວາມສະຫງົບ, ສັງຄົມມີຄວາມ
ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາ. ຍ້ອນຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດກົດໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບຂອງກອງທັບໄດ້ເປັນຢ່າງດີ.
ພ້ອມນັ້ນ, ຍັງໄດ້ຈັດຕັ້ງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມມູນເຊື້ອຂອງກອງທັບ, ໄດ້ຈັດຕັ້ງກຳລັງອອກເຄື່ອນໄຫວໃນຂອບເຂດຮັບຜິດຊອບເປັນປົກກະຕິ, ຊີ້ນຳແຕ່ລະກົມກອງຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເຊິ່ງສະແດງອອກ ໄດ້ສຸມໃສ່ກໍ່ສ້າງພັກ 4 ດ້ານ, ໂດຍຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະຫຍາຍພັກໂດຍຖືເອົາຄຸນນະພາບເປັນກົກເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກມີຈຳນວນເພີ່ມຂຶ້ນ, ທຽບໃສ່ປີ 2025 ຜ່ານມາ ມີຄະນະພັກເພີ່ມຂຶ້ນ 1 ຄະນະພັກຮາກຖານ, 3 ໜ່ວຍພັກ, ສະມາຊິກພັກເພີ່ມຂຶ້ນ 70 ສະຫາຍ, ຍິງ 5 ສະຫາຍ. ທົ່ວອົງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງ 22 ໜ່ວຍພັກ, ກາງ 1 ໜ່ວຍພັກ.
ວຽກງານການນຳພາ-ຊີ້ນຳສ້າງພະລາທິການ ແລະ ຮັບປະກັບດ້ານເຕັກນິກ ໄດ້ກໍ່ສ້າງ, ສ້ອມແປງເຄຫາສະຖານ, ເສັ້ນທາງເຂົ້າ-ອອກ, ກຳແພງ, ຫ້ອງການ, ເຮືອນຄົວລວມ, ຫ້ອງອາຫານ ແລະ ບຳລຸງຮັກສາພາຫະນະເຕັກນິກ, ອາວຸດກະສຸນ ແລະ ອື່ນໆ ຕາມແຜນການທີ່ກຳນົດເອົາໄວ້; ວຽກງານອົງການຈັດຕັ້ງມະຫາ
ຊົນໄດ້ຊີ້ນຳຊາວໜຸ່ມ-ແມ່ຍິງເຄື່ອນໄຫວຕາມພາລະບົດບາດຂອງຕົນໃນການເຂົ້າຮ່ວມຂະບວນການຕ່າງໆທີ່ຂັ້ນເທິ່ງຈັດຂຶ້ນເປັນຕົ້ນແມ່ນຂະບວນການແຂ່ງຂັນກິລາ, ສິລະປະ, ວັນນະຄະດີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊຶ່ນ; ວຽກງານ
ການພົວພັນຮ່ວມມືກັບຕ່າງປະເທດໄດ້ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດເປັນຕົ້ນແມ່ນ ສສ ຫວຽດນາມ ແລະ ສປ ຈິນ.
ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຍັງກ່າວຕື່ມອີກວ່າ: ໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເອົາໃຈໃສ່ກຳແໜ້ນແນວຄິດຂອງພະນັກງານ-ນັກຮົບ, ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນກັບສະ
ພາບການ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ເສີມຂະຫຍາຍຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງພາຍໃນແຂວງໃຫ້ມີຄວາມສະຫງົບຍູ້ແຮງການພັດທະນາເສດຖະກິດສັງຄົມຂອງແຂວງ, ຫັນເອົາພະ
ນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ຍົກສູງລະບົບປະຈຳການມີສະຕິໃນການກຽມພ້ອມສູ້ຮົບ, ການກອບກູ້ໄພພິບັດທີ່ຈະເກີດຂຶ້ນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ, ເອົາໃຈໃສ່ຄຸ້ມຄອງວຽກງານພະລາທິການ, ຄຸ້ມຄອງລາຍຮັບ-ລາຍຈ່າຍ, ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງສະຖານທີ່ຄ້າຍຄູໃຫ້ແໜ້ນໜາຖາວອນມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄຸ້ມຄອງພາຫະນະ, ເຕັກນິກ, ອາວຸດ-ກະສຸນໃຫ້ນຳໃຊ້ໄດ້ຍາວນານ ແລະ ຮັບປະກັນການເຮັດສຳເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















