ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ພະແນກສະຫະພັນແມ່ຍິງຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານປະຈຳປີ 2025
ເວລາອອກຂ່າວ: 2026-02-13 09:45:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1050 | ຄວາມນິຍົມ:



ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນ ໃນວັນທີ 12 ກຸມພາ 2026 ນີ້ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ນາງ ຈັນສອນ ສີວິໄລ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະພັກ - ຄະນະບັນຊາບັນດາກົມ, ຫ້ອງການ, ກອງ, ບໍລິສັດ - ລັດວິສາຫະກິດ ແລະ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ອໍາມາລາ ຄໍາບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕະຫຼອດໄລຍະຜ່ານມາໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ -ຄະນະບັນຊາຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຂົ້າຮ່ວມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ 4 ສະໄຫມທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX, ຂໍ້ກໍານົດກົດລະບຽບຂອງພັກ, ຂອງແມ່ຍິງ, ມະຕິຄໍາສັ່ງຂອງຂັ້ນເທິງ, ເອກະສານສໍາຄັນຕ່າງໆ ພ້ອມທັງເຂົ້າຮ່ວມຮັບຟັງປາຖະກະຖາ, ເຂົ້າຮ່ວມກິດຈະກຳຕ່າງໆທີ່ພັກ-ລັດ ແລະ ກອງທັບຈັດຂຶ້ນ ຢ່າງເປັນຂະບວນການຟົດຟື້ນ. ເອື້ອຍນ້ອງສະມາຊິກແມ່ຍິງທຸກສະຫາຍມີຄວາມຮັບຮູ້ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມິລະບຽບວິໄນເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນກັບຕົນເອງ ກໍຄືຄອບຄົວ, ກົມກອງ ແລະ ສັງຄົມ. ວຽກງານກໍ່ສ້າງພະນັກງານ ສະມາຊິກສະຫະພັນແມ່ຍິງ ໄດ້ຍົກລະດັບວິຊາສະເພາະໄປເຝິກອົບຮົມສາຍຕ່າງໆດ້ວຍທຶນຂອງໂຕເອງ ແລະ ກົມກອງ ທັງຢູ່ພາຍໃນ - ຕ່າງປະເທດ 12 ສະຫາຍ, ລະດັບວິຊາສະເພາະ ບຳລຸງ 1 ສະຫາຍ, ຊັ້ນຕົ້ນ 15 ສະຫາຍ, ຊັ້ນກາງ 65 ສະຫາຍ, ຊັ້ນສູງ 300 ສະຫາຍ, ປະລິນຍາຕີ 314 ສະຫາຍ, ປະລິນຍາໂທ 31 ສະຫາຍ (ບໍ່ມີຊັ້ນວິຊາສະເພາະ 27 ຄົນ, ກວມເອົາ 2% ຂອງຈໍານວນແມ່ຍິງ 1.266 ຄົນ), ລະດັບການສຶກສາ ປະຖົມ 8 ສະຫາຍ, ມໍຕົ້ນ 20 ສະຫາຍ, ມໍປາຍ 725 ສະຫາຍ, ຮຽນພົວພັນການຕ່າງປະເທດ ປະລິນຍາໂທ 1 ສະຫາຍ, ເຝິກອົບຮົມພາສາຈີນ ໄລຍະ 10 ເດືອນ 1 ສະຫາຍ, ເຝິກອົບຮົມພາສາຫວຽດນາມ ໄລຍະ 10 ເດືອນ 1 ສະຫາຍ, ຮຽນຄຸ້ມຄອງຫ້ອງການ ຊັ້ນສູງ 1 ສະຫາຍ, ບຳລຸງພາສາຈີນ ໄລຍະ 2 ປີ 1 ສະຫາຍ, ບຳລຸງປຸງແຕ່ງ ໄລຍະ 1 ປີ 2 ສະຫາຍ, ເຝິກອົບຮົມ ພາສາອັງກິດ ໄລຍະ 1 ປີ 2 ສະຫາຍ, ເຝິກອົບຮົມການທະຫານ ໄລຍະ 3 ເດືອນ 1 ສະຫາຍ. ນອກຈາກນີ້, ພະແນກສະຫະພັນແມ່ຍິງຫ້ອງວ່າການກະຊວງຍັງມີ 1 ກຸ່ມ ທ້ອນເງິນພັດທະນາ, ມີຄະນະຮັບຜິດຊອບ 8 ສະຫາຍ, ມີສະມາຊິກກຸ່ມທ້ອນເງິນພັດທະນາທັງໝົດ 281 ສະ ຫາຍ, ຍິງ 147 ສະຫາຍ, ເງິນຝາກຂອງສະມາຊິກ ປີ 2025 ມີຈໍານວນກວ່າ 1 ຕື້ກີບ, ເງິນປ່ອຍກູ້ ຈໍານວນ 690.370.000 ກີບ, ດອກເບ້ຍ ຈໍານວນ 82.651.000 ກີບ, ລວມຍອດເງິນທັງໝົດ (ເງິນຝາກຂອງສະມາຊິກ+ເງິນປ່ອຍກູ້) ຈໍານວນ 1.949.439.640 ກີບ, ສໍາລັບການປັນຜົນໃຫ້ສະມາຊິກ ແມ່ນ ພວກເຮົາປັນຢູ່ໃນທ້າຍເດືອນທັນວາຂອງທຸກໆປີ. ຈາກນັ້ນ,ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າມີເນື້ອໃນຄົບຖ້ວນສົມບູນໃນຕໍ່ໜ້າຕື່ມອີກ. ນາງ ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ