ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ຄະນະຫ້ອງການກົມໃຫຍ່ການເມືອງກອງທັບ ເຂົ້າອວຍພອນ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ
ເວລາອອກຂ່າວ: 2026-02-13 14:13:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1255 | ຄວາມນິຍົມ:



ວັນທີ 12 ກຸມພາ 2026 ນີ້, ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຫ້ອງການທີ່ປືກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນບຸນປີໃໝ່ປະຈຳຊາດຫວຽດນາມ, ໂດຍການຕ້ອນຮັບຂອງ ສະຫາຍ ພັນຕີ ຫງຽນ ວັນ ຕ້ຽນ ຮອງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ. ສະຫາຍ ພັນເອກ ດວງມະນີ ສີວິໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາຫ້ອງການກົມໃຫຍ່ການເມືອງກອງທັບ ກໍຄື ນາຍ ແລະ ພົນທະຫານ ໃນທົ່ວຫ້ອງການ ກ່າວອວຍພອນໄຊອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຕໍ່ພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ກໍຄືພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນຫວຽດນາມ ຈົ່ງປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານທີ່ມີກຽດສະຫງ່າຂອງຕົນ, ອວຍພອນໃຫ້ຄວາມສາມັກຄີແບບພິເສດທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດຽວກັນນີ້, ສະຫາຍ ພັນຕີ ຫງຽນ ວັນ ຕ້ຽນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ຄະນະຫ້ອງການກົມໃຫຍ່ການເມືອງກອງທັບ ທີ່ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາອວຍພອນໃນຄັ້ງນີ້ ພ້ອມທັງ, ອວຍພອນຄືນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອໄມຕິຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ໂດຍ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ