ກອງບັນຊາການ ປກສ ແຂວງໄຊຍະບູລີ ຈັດກອງປະຊຸມກະກຽມປ້ອງກັນງານມະຫາກຳບຸນຊ້າງ ປີ 2026
ເວລາອອກຂ່າວ: 2026-02-13 14:18:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1443 | ຄວາມນິຍົມ: ![]()
ໃນວັນທີ 12 ກຸມພາ 2026 ນີ້, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຜ່ານແຜນຂໍ້ຕົກລົງວ່າດ້ວຍການຈັດຕັ້ງກໍາລັງປ້ອງກັນ ງານມະຫາກຳບຸນ ປະຈຳປີ 2026 ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຂຶ້ນຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຮ່ວມຂອງ ພົນຈັດຕະວາ ປອບຸນຍອງ ດວງດີ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງໄຊຍະບູລີ, ທ່ານ ພົນຈັດຕະວາ ຄໍາຜິວ ມະນີວົງ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງພົນທີ່ 2, ທ່ານ ພັນເອກ ຄໍາສີນ ຜິວວັນນາ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ພ້ອມດ້ວຍນາຍຕຳຫຼວດ ແລະ ນາຍ ທະຫານເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວຽງໄຊ ແສງທອງ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຮ່າງຂໍ້ຕົກລົງຊົ່ວຄາວ ວ່າດ້ວຍການແຕ່ງຕັ້ງ ຄະນະນັບຜິດຊອບຊີ້ນໍາກະກຽມ ແລະ ນໍາໃຊ້ກຳລັງເຂົ້າປ້ອງກັນງານມະຫາກຳບຸນຊ້າງ ປະຈຳປີ 2026 ແລະ ຜ່ານແຜນປ້ອງກັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ຂອງແຂວງໄຊຍະບູລີ.
ໂອກາດກັນນີ້, ພົນຈັດຕະວາ ປອ ບຸນຍອງ ດວງດີ ກໍ່ໄດ້ເໜັ້ນໜັກໃຫ້ຄະນະຮັບຜິດຊອບ ຈົ່ງພ້ອມກັນຈັດຕັ້ງ ປະຕິບັດຕາມຂໍ້ຕົກລົງຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສະເຫຼີມສະຫຼອງງານມະຫາກຳບຸນຊ້າງ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ X ແລະ ສະພາປະຊາຊົນແຂວງຊຸດທີ V ໃຫ້ມີ ຄວາມສະຫງົບປອດໄພ, ຕ້ານ ແລະ ສະກັດກັ້ນແຜນການຂອງສັດຕູ, ກຸ່ມຄົນທີ່ບໍ່ດີທີ່ຈະກໍ່ຂຶ້ນ, ຈັດວາງກໍາລັງປ້ອງກັນຕາມຈຸດຕ່າງໆຢູ່ພາຍໃນງານ, ປ້ອງກັນບັນດາສໍານັກງານ, ອົງການ, ໂຮງແຮມ, ເຮືອນພັກ, ເພື່ອຮັບປະກັນໃຫ້ການນໍາ, ແຂກ, ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ຊົມພາຍໃນງານມີຄວາມປະທັບໃຈ ແລະ ປອດໄພ 100%.
ຂ່າວ ປກສ ແຂວງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















