ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວຊຸກຍູ້ ວຽກງານ ປກຊ-ປກສ ຢູ່ແຂວງໄຊສົມບູນ
ເວລາອອກຂ່າວ: 2026-02-13 14:21:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1520 | ຄວາມນິຍົມ:



ວັນທີ 12 ກຸມພາ 2026 ນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງໄຊສົມບູນ, ມີ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາຄະນະບໍລິຫານພັກແຂວງໄຊສົມບູນ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ທອງວັນ ທຳມະວົງ ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ ໄດ້ສໍາເລັດການອອກມະຕິແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ແບ່ງຄວາມຮັບຜິດຊອບພາຍໃນຢ່າງຈະແຈ້ງ, ສຳເລັດການຈັດເຝິກອົບຮົມວຽກງານກະກຽມການເລືອກຕັ້ງ ເພື່ອສ້າງຄວາມເປັນເອກະພາບໃນທົ່ວແຂວງ ໃຫ້ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ແລະ ເຝິກອົບຮົມແນະນໍາການລົງໂຄສະນາຫາສຽງ ໃຫ້ກັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສຳເລັດ, ໄດ້ເກັບກຳຈໍານວນພົນລະເມືອງຜູ້ມີສິດປ່ອນລັດເລືອກຕັ້ງ ທົ່ວແຂວງ ມີທັງໝົດ 56.000 ກວ່າຄົນ, ຍິງ 26.300 ກວ່າຄົນ, ມີ 114 ໜ່ວຍປ່ອນບັດ. ພ້ອມນີ້ ກໍໄດ້ປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ X ຈໍານວນ 10 ສະຫາຍ, ເລືອກເອົາ 7 ສະຫາຍ ແລະ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 35 ສະຫາຍ, ເລືອກເອົາ 25 ສະຫາຍ ພ້ອມທັງ ຈັດພິມຮູບ ແລະ ປະຫວັດ ຂອງຜູ້ຮັບສະໝັກເລືອກຕັ້ງ ສຳເລັດ ປັດຈຸບັນກໍາລັງຈັດຕັ້ງການລົງໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ສໍາເລັດກ່ອນວັນທີ 21 ກຸມພາ 2026 ນີ້. ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍໄດ້ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງ ຂັ້ນແຂວງ ເອົາໃຈໃສ່ໂຄສະນາ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໃຫ້ໄດ້ໃຊ້ສິດ ແລະ ພັນທະຂອງຕົນເຂົ້າໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແຂວງ ໂດຍໃຫ້ຖືເປັນບາງບຸນໃຫຍ່ສໍາຄັນຂອງທົ່ວປວງຊົນ, ຮັບປະກັນໃຫ້ບັນລຸຄາດໝາຍ ແລະ ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນຕາມຈໍານວນ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ( ບໍ່ໃຫ້ມີບັດຕາຍ ) ແລະ ຮັບປະກັນຄວາມສະຫງົບຄວາມປອດໄພ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ ພ້ອມທັງເນັ້ນໜັກໃຫ້ສອງກຳລັງ ປກຊ-ປກສ ເອົາໃຈໃສ່ຈັດຕັ້ງເວນຍາມເພື່ອໃຫ້ບັ້ນເລືອກຕັ້ງໃນຄັ້ງນີ້ສຳເລັດຢ່າງຈົບງາມ. ຈາກນັ້ນ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມຄະນະກໍໄດ້ມອບເຄື່ອງຈຳນວນໜຶ່ງໃຫ້ກອງບັນຊາການທະຫານແຂວງໄຊສົມບູນຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ