ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ແຜນການ ສອບເສັງນັກຮຽນບຳລຸງ ຊຸດທີ Ⅶ ສົກຮຽນ 2025-2026
ເວລາອອກຂ່າວ: 2026-02-13 15:54:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1466 | ຄວາມນິຍົມ: ![]()
ໃນວັນທີ 12 ກຸມພາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ເຜີຍແຜ່ແຜນການ ສອບເສັງນັກຮຽນບໍາລຸງ ພະນັກງານບັນຊາຂັ້ນໝວດ, ກອງຮ້ອຍທະຫານຊາຍແດນ ລະບົບ 06 ເດືອນ ຊຸດທີ Ⅶ ສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ກອງພັນນັກຮຽນ ແລະ ພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ກອງມີ ໄຊຍະວັດ ຮອງຫົວໜ້າພະແນກອົບຮົມກໍ່ສ້າງ ໂຮງຮຽນທະຫານຊາຍແດນ 712 ໄດ້ຜ່ານແຜນການສອບເສັງນັກຮຽນບໍາລຸງ, ພະນັກງານບັນຊາຂັ້ນໝວດ, ກອງຮ້ອຍທະຫານຊາຍແດນ ລະບົບ 06 ເດືອນ ຊຸດທີ Ⅶ ຂອງໂຮງຮຽນທະຫານຊາຍແດນ 712 ສົກຮຽນ 2025-2026 ແລະ ຜ່ານຂໍ້ຕົກລົງ ຂອງໂຮງຮຽນທະຫານຊາຍແດນ ວ່າດ້ວຍການແຕ່ງຕັ້ງອານຸກຳມະການ ແລະ ບຸກຄະລາກອນສອບເສັງຈົບຊັ້ນ ໃຫ້ນັກຮຽນບໍາລຸງວຽກງານຄຸ້ມຄອງປ້ອງກັນຊາຍແດນ ຊຸດທີ Ⅶ . ທັງນີ້, ກໍເພື່ອກຽມຄວາມພ້ອມຮັບປະກັນໃຫ້ແກ່ການສອບເສັງດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍ ແລະ ເພື່ອຕີລາຄາ, ຢັ້ງຢືນຄວາມຮັບຮູ້ ແລະ ຄວາມສາມາດຂອງນັກຮຽນຜ່ານການຮ່ຳຮຽນຕະຫຼອດໄລຍະ 06 ເດືອນຜ່ານມາ, ເພື່ອຕີລາຄາຜົນໄດ້ຮັບການເກັບກຳບົດຮຽນທາງດ້ານທິດສະດີ ກໍຄືພຶດຕິກຳຕົວຈິງ ເພື່ອເປັນພື້ນຖານໃນການຊີ້ນຳບັນຊາ, ຈັດຕັ້ງປະຕິບັດໜ້າທີ່ຢູ່ກົມກອງໃນສະເພາະໜ້າ ແລະ ຍາວນານ.
ໂອກາດນີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ໃກ້ສິດຕິດແທດ, ຍົກສູງຄວາມຮັບຜິດຊອບຕິດຕາມກວດກາການສອບເສັງໃຫ້ເຂັ້ມງວດ, ບັນດາອານຸກຳມະການ ແລະ ພາກສ່ວນຮັບປະກັນ ກໍໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ພາລະບົດບາດໜ້າທີ່ຂອງຕົນເອງທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ເພື່ອຮັບປະກັນໃຫ້ແກ່ການສອບເສັງໃນຄັ້ງນີ້ ມີຄຸນນະພາບ, ມີລັກສະນະໂປ່ງໃສ, ຍຸຕິທໍາ ແລະ ໄດ້ຮັບຜົນຕາມລະດັບຄາດໝາຍ.
ໂດຍ: ພິລະສອນ ວັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















