ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

3 ພາກສ່ວນມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ເວລາອອກຂ່າວ: 2019-09-18 09:45:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1389 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 17 ກັນຍາ 2019 ທີ່ ສໍານັກງານນາ ຍົກລັດຖະມົນຕີ (ສນຍ), ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 3 ພາກສ່ວນຄື: ຜູ້ພັດທະນາ ສາມຫຼ່ຽມຄຳ, ທະນາຄານ ICBC (ທະນາຄານອຸດສາຫະກຳ ແລະ ການຄ້າຈີນ), ບໍລິສັດ ໄຟຟ້ານໍ້າ ເທີນ 2, ໂດຍມີພະນັກງານທີ່ກ່ຽວ ຂ້ອງຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ພາກສ່ວນທີ່ນຳເງິນ ມາມອບເຂົ້າຮ່ວມ. ເງິນທີ່ນໍາມາມອບໃນຄັ້ງນີ້ມີ ຄື: ຈາກຜູ້ພັດທະນາສາມຫຼ່ຽມຄຳ ເງິນຈໍານວນ 3.000.000.000 ກີບ, ກ່າວມອບໂດຍທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມ ຄຳ; ທະນາຄານ ICBC ເງິນຈໍາ ນວນ 180.000 ໂດລາ, ກ່າວ ມອບໂດຍທ່ານ ຊຸ່ນເຟີງເລ (Sun Fenglei MR) ຜູ້ອຳນວຍ ການທະນາຄານ ICBC ສາຂາ ນະຄອນຫຼວງວຽງຈັນ ແລະ ບໍລິ ສັດ ໄຟຟ້ານໍ້າເທີນ 2 ເງິນຈໍານວນ 1.000.000.000 ກີບ, ກ່າວ ມອບໂດຍທ່ານ ໂຟລ້ອງ ເປໂລ້ (Florent Perrot MR), ຮອງອຳນວຍການ ບໍລິສັດ ໄຟຟ້ານໍ້າ ເທີນ 2. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ບັນດາພາກ ສ່ວນທີ່ໄດ້ນໍາເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າ ຖ້ວມໃນຄັ້ງນີ້. ເງິນຊ່ວຍເຫຼືອດັ່ງ ກ່າວແມ່ນຈະໄດ້ນໍາໄປມອບໃຫ້ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ເພື່ອນຳໄປຊ່ວຍ ເຫຼືອບັນເທົາທຸກແກ່ຜູ້ປະສົບໄພ ນໍ້າຖ້ວມໃນປີນີ້, ເຊິ່ງການຊ່ວຍ ເຫຼືອ ດັ່ງກ່າວເປັນການປະກອບ ສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນທີ່ປະສົບໄພນໍ້າ ຖ້ວມຢູ່ທ້ອງຖິ່ນຕ່າງໆໃນຂອບ ເຂດທົ່ວປະເທດໄດ້ມີຊີວິດການ ເປັນຢູ່ດີຂຶ້ນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ