ກອງປະຊຸມເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ໃຫ້ຄະນະຮັບຜິດຊອບກ່ຽວກັບໂຄງການບູລະນະ ຖ້ຳຈີນຢູ່ ເມືອງວຽງໄຊ
ເວລາອອກຂ່າວ: 2026-02-27 09:18:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ: ![]()
ວັນທີ 25 ກຸມພາ 2026 ນີ້, ກົມວິທະຍາສາດ -ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບ ກ່ຽວກັບໂຄງການບູລະນະຖ້ຳຈີນ ຢູ່ເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາພາກສ່ວນຕາງໜ້າຈາກກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະກຳມະການເນື້ອໃນໂຄງການບູລະນະ ຖ້ຳຈີນ ຢູ່ເມືອງວຽງໄຊ ແຂວງຫົວພັນ ໂດຍອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າກ່ຽວກັບ “ສົງຄາມປະຊາຊົນລາວ ອີງຕາມທິດຊີ້ນຳຂອງທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ, ອີງຕາມບົດລາຍງານການເຄື່ອນໄຫວຂຶ້ນສຳຫຼວດ ຂັ້ນເບື້ອງຕົ້ນ, ເພື່ອກະກຽມຂໍ້ມູນ, ຄວາມພ້ອມເພື່ອບູລະນະ ຖ້ຳຈີນ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງຄະນະຊີ້ນຳລວມໂຄງການ ໃນນັ້ນມີສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ, ສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງ, ສະຫາຍ ພົນຈົດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ -ປະຫວັດສາດ ການທະ ຫານ ເປັນຮອງ, ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ຮອງຫົວໜ້າຫ້ອງວ່າການ ກະຊວງປອງກັນປະເທດ ເປັນຄະນະ, ສະຫາຍ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ເປັນຄະນະ, ສະຫາຍ ໄຊຍະລາດ ພົງຍາລັກ ຫົວໜ້າກົມຫໍພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳກະຕິວັດ ຫ້ອງວ່າການສູນກາງພັກ ເປັນຄະນະ, ສະຫາຍ ພົນຈັດຕະວາ ເນກ ວິຂະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ເປັນຄະນະ, ສະຫາຍ ພັນເອກ ສຸກ ພະມີໄຊ ຮອງຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ ເປັນຄະນະ, ສະຫາຍ ພັນເອກ ມີໄຊ ເພັງສະຫວັດ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການ ກປທ ເປັນຄະນະ, ສະຫາຍ ພັນເອກ ວັນດີ ຄຳໄຊຫົງ ຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ເປັນຄະນະ, ພ້ອມນັ້ນກໍໄດ້ ແຕ່ງຕັ້ງຄະນະວິຊາການເນື້ອໃນ ມີ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວສ-ປສ ການທະຫານ ເປັນຫົວໜ້າ, ສະຫາຍ ພັນເອກ ຄຳໄມ ບົວຄຳດີ ຫົວໜ້າຫ້ອງປະຫວັດສາດ-ວິທະຍາສາດ ສັງຄົມ ເປັນຮອງ, ຂໍ້ຕົກລົງແຕ່ງຕັ້ງໃນຄັ້ງນີ້ມີ 3 ຄະນະ: ຄະນະຊີ້ນຳລວມໂຄງການ, ຄະນະວິຊາການເນື້ອໃນ, ຄະນະພົວພັນ ແລະ ປະສານງານໂຄງການ, ແຕ່ລະຄະນະມີໜ້າທີ່ຊຸກຍູ້ ແລະ ຕິດຕາມກວດກາໂຄງການລວມທັງແຜນດຳເນີນງານໃນແຕ່ລະໄລຍະ, ກວດກາແຜນການ, ງົບປະມານໃຊ້ຈ່າຍ, ປະເມີນຜົນການກໍ່ສ້າງຂອງໂຄງການ, ຮັບຮອງຜົນການກໍ່ສ້າງຕາມແຜນການເຮັດໃຫ້ມີຜົນສຳເລັດຕາມລັບດັບຄາດໝາຍ. ໂອກາດນີ້, ສະຫາຍ ປະທານ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບໂຄງການບູລະນະ ຖ້ຳຈີນ ຢູ່ເມືອງວຽງໄຊ ແຂວງຫົວພັນ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າ, ຕິດຕາມ ຍົກສູງຄວາມຮັບຜິດຊອບ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ໄດ້ຮັບຮອງຜົນການກໍ່ສ້າງ, ຕາມແຜນການ ແລະ ຜົນສຳເລັດຕາມຄາດໝາຍໃຫ້ເປັນຢ່າງດີ.
ໂດຍ ນາງພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















