ກອງບັນຊາການທະຫານນະຄອນຫຼວງວຽງຈັນສໍາເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V
ເວລາອອກຂ່າວ: 2026-02-27 09:21:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 728 | ຄວາມນິຍົມ: ![]()
ພິທີປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຂອງໜ່ວຍເລືອກຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໜ່ວຍທີ 101 ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ກຳມະການປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີພົນຈັດຕະວາ ບຸນລິດ ສີສຸພອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະພັກກອງບັນຊາການ ຕະຫຼອດຮອດຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ອົງການ 5 ຫ້ອງ,ກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ເພັດບັນດິດ ແປງນາທີ ຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວເປີດພິທີປ່ອນບັດຢ່າງເປັນທາງການ ແລະ ມີຄຳເຫັນວ່າ: ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກປະຊາຊົນ ນະຄອນຫຼວງວຽງຈັນ ເປັນສິດ ແລະ ໜ້າທີ່ຂອງບັນດາທ່ານ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແຫ່ງ ສປປ ລາວ ມາດຕາ 37 ເຊິ່ງມີເນື້ອໃນວ່າພົນລະເມືອງລາວ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸ 21 ປີຂຶ້ນໄປມີສິດສະໝັກຮັບເລືອກຕັ້ງ, ເນື້ອໃນຂອງລັດຖະທຳມະນູນດັ່ງກ່າວ ເປັນການຜັນຂະຫຍາຍນະໂຍບາຍຂອງພັກ ໃນການເສີມຂະຫຍາຍປະຊາທິປະໄຕ ໃຫ້ນັບມື້ກວ້າງຂວາງ ເມື່ອລັດຖະທຳມະນູນໄດ້ກຳນົດໃຫ້ ສິດໃນການປ່ອນບັດເລືອກຕັ້ງໃຫ້ແກ່ບັນດາສະຫາຍແລ້ວ ກໍ່ສະເໜີໃຫ້ທຸກທ່ານນຳໃຊ້ສິດດັ່ງກ່າວ ເຊິ່ງເປັນສິດ ແລະ ໜ້າທີ່ສຳຄັນໃນການມີສ່ວນຮ່ວມຂອງປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດ ເພື່ອເຮັດໃຫ້ ສປປ ລາວ ເປັນລັດປະຊາທິປະໄຕປະຊາຊົນລາວ, ເປັນຜູ້ສ້າງຕັ້ງອົງການເເຫ່ງສິດ ແລະ ຜົນປະໂຫຍດຂອງຕົນຂຶ້ນເອີ້ນວ່າສະພາແຫ່ງຊາດ, ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ບັນລຸຜົນສຳເລັດຕາມຄາດໝາຍ ຂອງມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນໍາ ຂອງຄະນະພັກຕໍ່ການເລືອກຕັ້ງ, ຈຶ່ງສະເໜີໃຫ້ບັນດາສະຫາຍຜູ້ມີສິດເລືອກຕັ້ງ ທີ່ມີລາຍຊື່ຢູ່ໃນບັນຊີໜ່ວຍປ່ອນບັດເລືອກຕັ້ງຂອງພວກເຮົາ ພ້ອມກັນນຳໃຊ້ສິດເລືອກຕັ້ງຂອງຕົນ ຢ່າງພ້ອມພຽງ, ເອົາໃຈໃສ່ຄັດເລືອກເອົາຕົວແທນຂອງຕົນທີ່ມີເງື່ອນໄຂຄົບຖ້ວນ ແນໃສ່ຍົກສູງ ປະສິດທິພາບ ຂອງການເປັນຕົວແທນນັບມື້ສູງຂຶ້ນ, ຈາກນັ້ນ ສະຫາຍ ພັນເອກ ສົມເພັດ ສຸລິວົງ ຄະນະພັກ ຫົວໜ້າຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຍັງໄດ້ເຜີຍແຜ່ລະບຽບການ ແລະ ວິທີການຂີດບັດ,ປ່ອນບັດ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງເຂົ້າຮ່ວມຂະບວນ ການປ່ອນບັດເລືອກຕັ້ງໃນຄັ້ງນີ້ໃຫ້ເປັນຂະບວນຟົດຟື້ນ ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດທິພາບ, ຮັກສາໄດ້ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ເລືອກໃຫ້ໄດ້ຜູ້ສະໝັກທີ່ມີມາດຖານ,ເງື່ອນໄຂ,ມີຄວາມຮູ້ຄວາມສາມາດ,ວິໃສທັດກວ້າງໄກ ເພື່ອເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າ ເຂົ້າໄປເຮັດວຽກໃນສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີ 25 ສະຫາຍ, ຍິງ 7 ສະຫາຍ ເລືອກເອົາ 19 ສະຫາຍ ແລະ ຜູ້ສະໝັກເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ມີ 7 ສະຫາຍ,ຍິງ 2 ສະຫາຍ ເລືອກເອົາ 5 ສະຫາຍ, ພ້ອມກັນນັ້ນ ໜ່ວຍເລືອກຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍໄດ້ດໍາເນີນການປ່ອນບັດຢ່າງເປັນທາງການ ເຊິ່ງມີຜູ້ເຂົ້າຮ່ວມໃຊ້ສິດປ່ອນບັດເລືອກຕັ້ງທັງໝົດ 1.293 ສະຫາຍ, ຍິງ 258 ສະຫາຍ ສາມາດປະຕິບັດໄດ້ຄົບຕາມຄາດໝາຍ, ມີຄວາມໂປ່ງໃສຂາວສະອາດ ແລະ ຮັກສາໄດ້ຄວາມສະຫງົບປອດໄພ 100 %.
ແສງດາລາ ໄຊຍະລາດ ນັກຂ່າວກອງບັນຊາການທະຫານນະຄອນຫຼວງວຽງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















