ທະຫານແຂວງອຸດົມໄຊ ເປີດອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-02-27 09:51:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1018 | ຄວາມນິຍົມ: ![]()
ວັນທີ 26 ກຸມພາ 2026 ນີ້, ກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ຈັດພິທີເປີດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 7 ເມືອງ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກົມກອງເອກະລາດອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຜາຍ ໄຊປັນຍາ ຫົວໜ້າຫ້ອງເສນາທິການກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ຜ່ານແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026 ຈຸດປະສົງກໍເພື່ອແນໃສ່ຍົກສູງລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ, ຫຼັກການ ແລະ ປະສານສົມທົບແໜ້ນກັບຕົວຈິງທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ລະດັບວິຊາສະເພາະຂອງເຫຼົ່າຮົບຕີພິເສດໃຫ້ພະນັກງານ-ນັກຮົບ ໃນກົມກອງ ກຳໄດ້ບັນດາຫຼັກ ການ, ເນື້ອໃນບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃນສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານສະເພາະໜ້າ ແລະ ຍາວນານຂອງກົມກອງ ໃນຂົງເຂດວຽກງານກຽມພ້ອມສູ້ຮົບ ແລະ ປະຕິບັດສູ້ຮົບ ແກ້ໄຂໄພພິບັດຕົວຈິງໄດ້ທຸກກໍລະນີ ແລະ ທັນເວລາ , ເຮັດໃຫ້ພະນັກງານ -ນັກຮົບ ແຕ່ລະຂັ້ນ ມີຄວາມຮູ້ຄວາມສາມາດທີ່ແນ່ນອນ, ມີຄວາມທົນທານໜຽວແໜ້ນຕໍ່ທຸກສະພາບດິນຟ້າອາກາດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານ ໃນການນໍາໃຊ້ ແລະ ປົກປັກຮັກສາຄຸ້ມຄອງພາຫະນະເຕັກນິກ, ອາວຸດຍຸດໂທປະກອນ, ມີແນວຄິດຕື່ນຕົວເຂົ້າຮ່ວມການອົບຮົມ-ຫັດແອບ ໃຫ້ມີພິກໄຫວຄ່ອງແຄ້ວໃນການປະຕິບັດວຽກງານຕົວຈິງຂອງກົມກອງ ຮັບປະກັນຄຸນນະພາບ ແລະ ມີຄວາມປອດໄພ 100%, ສໍາລັບເນື້ອໃນອົບຮົມ - ຫັດແອບ, ກໍານົດເວລາອົບຮົມທັງໝົດ 180 ວັນໃຫ້ສຳເລັດ. ໃນພິທີຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ປະຈໍາປີ 2026 ພ້ອມທັງຈັບມືແຂ່ງຂັນກັນສ້າງຜົນງານເພື່ອເຮັດໃຫ້ການອົບຮົມ-ຫັດແອບໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ກວ້າງຂວາງ ແລະ ສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















