ປິດຊຸດອົບຮົມການນຳໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈຳນວນສະມາຊິກປະກັນສັງຄົມ ພາກປະຈຳການ ຊຸດທີ II
ເວລາອອກຂ່າວ: 2026-02-27 15:59:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1014 | ຄວາມນິຍົມ: ![]()
ວັນທີ 27 ກຸມພາ 2026 ນີ້, ກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປີດຊຸດອົບຮົມການນໍາໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈໍານວນສະມາຊິກປະກັນສັງຄົມ ພາກປະຈໍາການ ຊຸດທີ II ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ຫົວໜ້າກົມປະກັນສັງຄົມ, ມີຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ວິຊາການກົມປະກັນສັງຄົມ ແລະ ນັກເຝິກອົບຮົມ ທີ່ມາຈາກພະແນກ-ຂະແໜງປະກັນສັງຄົມ 27 ກົມກອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ນາງ ພອນສຸກ ກັນຍາວົງ ຮອງຫົວໜ້າກົມປະກັນສັງຄົມ ໄດ້ຜ່ານບົດສະຫຼຸບຕີລາຄາຜົນສໍາເລັດການເຝິກອົບຮົບ ການນຳໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈໍານວນສະມາຊິກປະກັນສັງຄົມ ພາກປະຈຳການ ຊຸດທີ II ໃຫ້ຮູ້ວ່າ: ການເຝິກອົບຮົມຄັ້ງນີ້ ໃຊ້ເວລາ 5 ວັນ ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ໃຊ້ເວລາ 1 ວັນ ອົບຮົມ ວິທີການສ້າງເອກະສານລາຍງານບັນຊີຈຳນວນສະມາຊິກປະກັນສັງຄົມ ມີ 2 ບົດ ແລະ ການນໍາໃຊ້ລະບົບໂປຼແກຼມບັນຊີຄຸ້ມຄອງສະມາຊິກປະກັນສັງຄົມ ພາກປະຈຳການ ມີ 4 ບົດ, ພາກປະຕິບັດຕົວຈິງ ໂດຍການນໍາໃຊ້ລະບົບໂປຣແກຣມ ປະກອບມີ 4 ບົດ ໃຊ້ເວລາ 2 ວັນ. ໃນການທົດລອງນໍາໃຊ້ລະບົບຕົວຈິງ ໄດ້ໃຫ້ກົມກອງຂຶ້ນມາທົດລອງເພື່ອທົດສອບຄວາມເຂົ້າໃຈ ກ່ຽວກັບບົດຮຽນທີ່ໄດ້ຮຽນມາ ໃນພາກທິດສະດີ ແລະ ການນໍາໃຊ້ລະບົບ ຈໍານວນ 27 ກົມກອງ ແລະ ເປີດໂອກາດໃຫ້ບັນດານັກເຝິກອົບຮົມ ໄດ້ແລກປ່ຽນບົດຮຽນ ແລະ ສະເໜີຖາມຄູ-ອາຈານ ຕໍ່ກັບບັນຫາທີ່ນັກເຝິກອົບຮົມມີຄວາມສົນໃຈ. ສ່ວນການປະເມີນຜົນ ແລະ ທົດສອບ ແມ່ນໄດ້ແບ່ງອອກເປັນ 3 ຊຸດ, ຊຸດລະ 9 ກົມກອງ, ສາມາດສະຫຼຸບຕີລາຄາປະເມີນຜົນໄດ້ຮັບ ດັ່ງນີ້: ປະເພດດີຫຼາຍ (ເກັ່ງ) ມີ 10 ກົມກອງ ເທົ່າກັບ 37%, ປະເພດດີ ມີ 6 ກົມກອງ ເທົ່າກັບ 22%, ປະເພດກາງ ມີ 11 ກົມກອງ ເທົ່າກັບ 41%. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນ ໃຫ້ນັກເຝິກອົບຮົມ ທີ່ສໍາເລັດການເຝິກອົບຮົມໃນຄັ້ງນີ້.
ໂອກາດນີ້, ສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງການເຝິກອົບຮົມຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຜ່ານການເຝິກອົບຮົມ ຈົ່ງເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ນຳເອົາບົດຮຽນທີ່ໄດ້ຮໍ່າຮຽນມາ ໄປຜັນຂະຫຍາຍຈັດຕັ້ງປະຕິບັດ ນໍາໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນກົມກອງຂອງຕົນ ໃຫ້ໄດ້ຮັບໝາກຜົນຕົວຈິງ ແລະ ມີປະສິດທິຜົນສູງ.
ໂດຍ: ຝືວື່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















