ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ບົ່ງ​ຕົວ​ແຕ່ງຕັ້ງ ຄະນະ​ພັກ​ຮາກ​ຖານ ແລະ ໜ່ວຍ​ພັກ​ຫ້ອງ​ການເມືອງ
ເວລາອອກຂ່າວ: 2026-03-05 09:47:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:



ໃນ​ເດືອນ​ກຸມພາ 2026 ຜ່ານ​ມາ, ກອງ​ພົນ​ທີ 1 ໄດ້​ຈັດ​ພິທີ​ປະກາດ​ບົ່ງ​ຕົງ​ແຕ່ງຕັ້ງ ຄະນະ​ພັກ​ຮາກ​ຖານ ແລະ ຄະນະ​ໜ່ວຍ​ພັກ 2 ຂຶ້ນ. ໂດຍການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ບຸນ​ຂຸ້ມ ສີຄຳ​ໄຊ ຄະນະ​ປະຈຳ​ພັກ​ກອງ​ພົນ ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ການເມືອງ ກອງ​ພົນ​ທີ 1, ມີ​ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ເລີດ ຄຳ​ໂພ​ໄຊ ຄະນະ​ພັກ​ກອງ​ພົນຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານຫ້ອງ​ການເມືອງ ກອງ​ພົນ​ທີ1 ໄດ້​ຂຶ້ນ​ຜ່ານມະຕິ​ຕົກລົງ​ຂອງ​ຄະນະ​ບໍ ລິຫານງານ​ພັກ​ກອງ​ພົນ ວ່າ​ດ້ວຍ​ການບົ່ງ​ຕົວ​ແຕ່ງຕັ້ ຄະນະພັກ​ຮາກ​ຖານ​ຫ້ອງ​ການເມືອງມີຄືດັ່ງນີ້: ສະຫາຍ ພັນ​ໂທ ຄຳ​ພູ ແກ້ວ​ສະຫວ່າງເປັນ​ກຳ​ມະ​ການ ຈັດຕັ້ງ, ສະຫາຍ ພັນ​ໂທ ຄຳ​ພັດ ສີ​ວິ​ໄຊ ເປັນ​ກຳມະການ​ໂຄສະນາ, ສະຫາຍ ພັນ​ໂທ ແສງ​ທອງ ພົມ​ອຸໄທ ເປັນ​ກຳມະການ​ປ້ອງ​ກັນ,ສະຫາຍ ພັນ​ໂທ ວັນ​ພອນ ແກ້ວ​ມະນີ​ແສງ ເປັນ​ກຳມະການ​ກວດກາ, ສະຫາຍ ພັນ​ໂທ ສົມ​ຈັນ ເຫັມ​ອິນ​ທະ​ວົງ ເປັນ​ກຳມະການ ​ການຄັງ ແລະ ຍັງ​ໄດ້​ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ 2 ມີ​ດັ່ງນີ້: ສະຫາຍ ພັນ​ໂທ ນາງ ປ້ອມ ພົມ​ມະ​ລາ ເປັນ​ເລຂາ ປ່ຽນ​ແທນ ສະຫາຍ ພັນ​ໂທ ວຽງ​ສະຫວັນ ໄຊ​ສະຫວັນ ທີ່​ຖືກ​ຍົກຍ້າຍ​ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ສະຫາຍ ພັນ​ໂທ ຈັນ​ສີ ຈັນ​ເມືອງ​ຊຽງ ເປັນ​ຮອງ​ເລຂາ ປ່ຽນ​ແທນ ສະຫາຍ ພັນ​ໂທ ຄຳ​ພັດ ສີ​ວິ​ໄຊ ທີ່​ຂຶ້ນ​ເປັນ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ບຸນ​ຍົງ ວົງ​ຈັນທາ ເປັນ​ກຳມະການ​ການຄັງ ປ່ຽນ​ແທນ ສະຫາຍ ພັນ​ໂທ ນາງ ປ້ອມ ພົມ​ມະ​ລາ ທີ່​ເລື່ອນ​ຂຶ້ນ​ເປັນ​ເລ ຂາ​ໜ່ວຍ​ພັກ. ການ​ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ພັກ​ຮາກ​ຖານແລະ ຄະນະ​ໜ່ວຍ​ພັກ 2 ຫ້ອງ​ການເມືອງ​ໃນ​ຄັ້ງ​ນີ້; ກໍ່​ເພື່ອ​ປະຕິບັດ​ຕາມ​ຂໍ້​ກຳນົດ, ກົດ​ລະ ບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI, ໝວດ​ທີ II, ມາດຕາ 13 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນ​ສຸດ​ການ​ເປັນ​ກຳມະການ​ພັກ ແລະ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ ໃນ​ກຳ ລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ຮອບດ້ານ​ເຂົ້າ​ສູ່​ລະບົບ​ແບບແຜນ, ແທດເໝາະ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ໜ້າທີ່​ວຽກ​ງານ​ລວມ​ໃນ​ກົມ​ກອງ, ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ສຳຄັນ ແລະ ມີ​ກຽດ​ສະຫງ່າ​ຂອງ​ພັກ - ລັດ ກໍ່​ຄື​ຂອງ​ກອງທັບ​ມອບ​ໝາຍ​ໃຫ້. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ